spot_img
Homeຂ່າວຕ່າງປະເທດເກົາຫຼີໃຕ້ອອກຄໍາສັ່ງຫ້າມເປີດເພງເຕັ້ນ ຫຼື ເພງທີ່ມີຈັງຫວະໄວໃນການອອກກໍາລັງ

ເກົາຫຼີໃຕ້ອອກຄໍາສັ່ງຫ້າມເປີດເພງເຕັ້ນ ຫຼື ເພງທີ່ມີຈັງຫວະໄວໃນການອອກກໍາລັງ

Published on

ເວັບໄຊ້ Posttoday ໄດ້ລາຍງານວ່າທາງການເກົາຫຼີໃຕ້ໄດ້ອອກຄໍາສັ່ງໃຫ້ສູນອອກກໍາລັງກາຍທຸກແຫ່ງໃນກຸງໂຊ ແລະ ພື້ນທີ່ໃກ້ຄຽງຫ້າມເປີດເພງທີ່ມີຈັງຫວະຄວາມໄວເກີນ 120 ຄັ້ງຕໍ່ນາທີ (bpm) ເພື່ອປ້ອງກັນບໍ່ໃຫ້ຜູ້ອອກກໍາລັງຫາຍໃຈໄວເກີນໄປ ຫຼື ເຫື່ອໄປຖືກຜູ້ອື່ນເພື່ອຈໍາກັດການແຜ່ລະບາດຂອງໂຄວິດ-19

ນອກຈາກນີ້, ຍັງຈໍາກັດຄວາມໄວຂອງເຄື່ອງແລ່ນອອກກໍາລັງກາຍສູງສຸດບໍ່ເກີນ 6 ກິໂລແມັດຕໍ່ຊົ່ວໂມງ ລວມທັງສາມາດໃຊ້ເວລາຢູ່ໃນສູນອອກກໍາລັງກາຍໄດ້ບໍ່ເກີນ 2 ຊົ່ວໂມງໂດຍຈະຕ້ອງບໍ່ອາບນໍ້າໃນສູນອອກກໍາລັງກາຍ, ສ່ວນສູນອອກກໍາລັງກາຍສາມາດເປີດບໍລິການໄດ້ເຖິງ 22:00. ສ່ວນທາງຝັ່ງເຈົ້າໜ້າທີ່ເກົາຫຼີໃຕ້ຊີ້ແຈງວ່າມາດຕະການນີ້ຊ່ວຍບໍ່ໃຫ້ຜູ້ປະກອບການຕ້ອງປິດສູນອອກກໍາລັງກາຍ.

 

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...