spot_img
Homeຂ່າວຕ່າງປະເທດເກົາຫຼີເໜືອຈະບໍ່ເຂົ້າຮ່ວມການແຂ່ງຂັນກິລາໂອລິມປິກທີ່ໂຕກຽວ

ເກົາຫຼີເໜືອຈະບໍ່ເຂົ້າຮ່ວມການແຂ່ງຂັນກິລາໂອລິມປິກທີ່ໂຕກຽວ

Published on

ເກົາຫຼີເໜືອມື້ນີ້ (ວັນທີ 6 ເມສາ 2021) ເປີດເຜີຍວ່າ: ຈະບໍ່ເຂົ້າຮ່ວມໃນງານມະຫາກຳກິລາໂອລິມປິກທີ່ຍີ່ປຸ່ນໃນລະດູຮ້ອນນີ້ເພື່ອປົກປ້ອງນັກກິລາຈາກໂຄວິດ-19.

ເວັບໄຊທ໌ກິລາຂອງເກົາຫຼີ ໜືອ ເປີດເຜີຍວ່າ ການຕັດສິນໃຈໃນຄັ້ງນີ້ມີຂຶ້ນພາຍຫຼັງຈາກຄະນະກຳມະການໂອລິມປິກເກົາຫຼີເໜືອ ໄດ້ພົບປະກັນຢູ່ນະ ຄອນຫຼວງພຽງຢາງໃນວັນທີ 25 ມີນາຜ່ານມາ. ກ່ອນໜ້ານີ້, ຜູ້ນຳເກົາຫຼີເໜືອ ທ່ານ ຄິມ ຈອງ ອຶນ ໄດ້ສະແດງຄວາມຕັ້ງໃຈທີ່ຈະສົ່ງນັກກິລາເກົາຫຼີ ເໜືອ ເຂົ້າຮ່ວມການແຂ່ງຂັນກິລາໂອລິມປິກໂຕກຽວ 2020, ເຊິ່ງຖືກເລື່ອນໄປໃນປີນີ້ຍ້ອນການລະບາດຂອງໂຄວິດ-19.

ເວບໄຊທ໌ດັ່ງກ່າວໄດ້ເປີດເຜີຍວ່າ ເກົາຫຼີເໜືອຈະບໍ່ແຂ່ງຂັນໃນງານມະຫະກຳກິລາໂອລິມປິກທີ່ໂຕກຽວ ເພື່ອປົກປ້ອງນັກກິລາເກົາຫຼີເໜືອ ຈາກ ໂຄວິດ-19. ເຊິ່ງແມ່ນວິກິດການສຸຂະພາບທົ່ວໂລກ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...