ເກົາຫຼີເໜືອລະເບີດສຳນັກງານປະສານງານລະຫວ່າງເກົາຫຼີເໜືອ ແລະ ເກົາຫຼີໃຕ້ຖິ້ມ

ເວັບໄຊ້ news.thaipbs.or.th ລາຍງານວ່າ ເກົາຫຼີເໜືອໄດ້ລະເບີດສຳນັກງານປະສານງານລະຫວ່າງເກົາຫຼີເໜືອ-ເກົາຫຼີໃຕ້ ທ່າມກາງຄວາມຕຶງຄຽດໃນແຫຼມເກົາຫຼີ ຫຼັງຈາກທີ່ເກົາຫຼີເໜືອສະແດງຄວາມບໍ່ພໍໃຈທີ່ລັດຖະບານເກົາຫຼີໃຕ້ປ່ອຍໃຫ້ກຸ່ມເກົາຫຼີເໜືອແປພັກ ສົ່ງຕໍ່ໃບປິວຕໍ່ຕ້ານລັດຖະບານເກົາຫຼີເໜືອໃຫ້ລອຍໄປກັບປຸ໋ມເປົ້າ.

ສຳນັກຂ່າວຍອນຮັນຂອງເກົາຫຼີໃຕ້ ໄດ້ລາຍງານເມື່ອວັນທີ 16 ມິຖຸນາວ່າ ລັດຖະມົນຕີກະຊວງລວມຊາດຂອງເກົາຫຼີໃຕ້ ເປີດເຜີຍວ່າທາງເກົາຫຼີເໜືອເປີດສາກລະເບີດສຳນັກງານປະສານງານລະຫວ່າງເກົາຫຼີເໜືອ-ໃຕ້ ບໍລິເວນຊາຍແດນແກຊອງ ທ່າມກາງຄວາມເຄັ່ງຕຶງໃນແຫຼມເກົາຫຼີທີ່ທະວີຄວາມຮຸນແຮງຂຶ້ນ.

ຂະນະດຽວກັນ, ທາງນາຍພົນເກົາຫຼີເໜືອຍັງໄດ້ຂູ່ວ່າ ກຳລັງສຶກສາແຜນປະຕິບັດການເພື່ອກັບເຂົ້າໄປໃນເຂດປອດທະຫານ ທີ່ຢູ່ພາຍໃຕ້ຂໍ້ຕົກລົງຂອງເກົາຫຼີທັງສອງຝ່າຍ ແລະ ປ່ຽນເສັ້ນແນວໜ້າໃຫ້ກາຍເປັນປ້ອມປະການ.

ເວັບໄຊ້ newtv ລາຍງານເພີ່ມເຕີມວ່າ ປະທານາທິບໍດີ ມຸນ ແຈ ອິນ ຜູ້ນຳເກົາຫຼີໃຕ້ ສະເໜີໃນວັນຈັນທີ່ຜ່ານມາວ່າ ຈະສົ່ງທ່ານ ຊຸງ ອຸຍ ຍັງ ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ແລະ ທ່ານ ຊູ ຮຸນ ຜູ້ອຳນວຍການໜ່ວຍຂ່າວກອງເກົາຫຼີໃຕ້ ໃນຖານະທູດພິເສດ ໄດ້ເຈລະຈາແກ້ໄຂບັນຫາຄວາມຂັດແຍ້ງ ແຕ່ທ່ານ ນາງ ຄິມ ໂຍຈອງ ນ້ອງສາວທ່ານ ຄິມ ຈອງ ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອ ແລະ ເຈົ້າໜ້າທີ່ລະດັບອາວຸໂສຂອງພັກຄົນໜຶ່ງໄດ້ປະຕິເສດຕໍ່ຂໍ້ສະເໜີນີ້ຂອງເກົາຫຼີໃຕ້.

 

ຮຽບຮຽງຂ່າວ: ພຸດສະດີ