spot_img
Homeຂ່າວຕ່າງປະເທດເກົາຫຼີເໜືອກຽມຍິງຂີປະນາວຸດຂ້າມທະວີບຄັ້ງໃໝ່

ເກົາຫຼີເໜືອກຽມຍິງຂີປະນາວຸດຂ້າມທະວີບຄັ້ງໃໝ່

Published on

ສຳນັກຂ່າວຣອຍເຕີລາຍງານຈາກນະຄອນຫຼວງ ມອສໂກ ປະເທດຣັດເຊຍ ເມື່ອວັນທີ 7 ຕຸລາ 2017ວ່າ ສຳນັກຂ່າວອາຣໄອຂອງຣັດເຊຍລາຍງານເມື່ອວັນສຸກທີ່ຜ່ານມາວ່າ ທ່ານ ອັນຕວນ ໂມໂຣຊອຟ ສະມາຊິກສະພາຂອງຣັດເຊຍ ແລະ ສະມາຊິກຄະນະກຳມະທິການການຕ່າງປະເທດ ລັດສະພາຣັດເຊຍ ເປີດເຜີຍພາຍຫຼັງເດີນທາງກັບມາຈາກການຢຽມຢາມນະຄອນຫຼວງປຽງຢາງຂອງເກົາຫຼີເໜືອ ເມື່ອວັນທີ 2-6 ຕຸລາ 2017 ທີ່ຜ່ານມາພ້ອມກັບເພື່ອນສະມາຊິກສະພາລ່າງອີກ 2 ທ່ານວ່າ ເກົາຫຼີເໜືອກຽມທົດລອງການຍິງຂີປະນາວຸດພິໄສໄກຄັ້ງໃໝ່ ໂດຍໃຫ້ຂໍ້ມູນການຄຳນວນທາງຄະນິດສາດວ່າ ຂີປະນາວຸດພິໄສໄກຂອງເກົາຫຼີເໜືອສາມາດຍິງເຖິງຝັ່ງຕະເວັນຕົກຂອງສະຫະລັດອາເມລິກາ ທ່ານ ໂມໂຣຊອຟກ່າວຕໍ່ໄປອີກວ່າ ເກົາຫຼີເໜືອຕັ້ງໃຈທີ່ຈະຍິງຂີປະນາວຸດພິໄສໄກໃນອານາຄົດອັນໃກ້ນີ້ ເຊິ່ງການກະ ທຳຂອງເກົາຫຼີເໜືອເບິ່ງຄືມຸ່ງຮ້າຍໃນການກໍ່ສົງຄາມ.

ບົດຄວາມຫຼ້າສຸດ

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...