spot_img
Homeມູມໄອທີລາວເກົາຫລີໃຕ້ ເປີດໃຊ້ອິນເຕີເນັດຄວາມໄວສູງທີ່ສຸດໃນໂລກ 10 Gbps!

ເກົາຫລີໃຕ້ ເປີດໃຊ້ອິນເຕີເນັດຄວາມໄວສູງທີ່ສຸດໃນໂລກ 10 Gbps!

Published on

7-asouthkorean

 

ເກົາຫລີໃຕ້ ຕອກຢ້ຳຄວາມເປັນຜູ້ນຳດ້ານອິນເຕີເນັດຄວາມໄວສູງຂອງໂລກ ປະກາດໃຊ້ບໍລິການບຣອດແບນດ໌

ອິນເຕີເນັດຄວາມໄວ 10 Gbps ມື້ວານນີ້ (20 ຕຸລາ).

 

ແຫລ່ງຂ່າວຂອງຕ່າງປະເທດລາຍງານວ່າ ສາທາລະນະລັດເກົາຫລີ ໄດ້ຄອງຄວາມເປັນຜູ້ນຳທາງດ້ານອິນເຕີເນັດ

ຄວາມໄວສູງຂອງໂລກ ໂດຍບໍລິສັດ SK Broadband ໄດ້ປະກາດເປີດໃຫ້ທົດລອງໃຊ້ບໍລິການບຣອດແບນດ໌ ອິນເຕີ

ເນັດຄວາມໄວສູງເຖິງ 10 Gbps (Gigabits per second) ໃນງານ ITU Plenipotentiary Conference 2014 (PP-

14) ທີ່ເມືອງປູຊານ ໃນວັນຈັນທີ 20 ຕຸລາ 2014 ທີ່ຜ່ານມານີ້.

 

ບາງຄົນອາດຈະມີຄວາມສົງໄສວ່າ ອິນເຕີເນັດຄວາມໄວ 10 Gbps ມັນຈະມີຄວາມໄວຫລາຍປານໃດ ເມື່ອປຽບທຽບ

ແບບງ່າຍໆກໍຄື ຖ້າຫາກເຮົາສົ່ງຂໍ້ມູນຂະໜາດ 1 GB ຈະສາມາດເຮັດໄດ້ສຳເລັດພາຍໃນເວລາພຽງ 0.8 ວິນາທີ ຫລື

ພຽງອຶດໃຈດຽວ ບໍ່ເຖິງວິນາທີຊ້ຳ!

 

ຈາກຜົນຂອງການສຳຫລວດ ກ່ຽວກັບຄວາມໄວອິນເຕີເນັດໃນທົ່ວໂລກຂອງ Akamai ໃນໄຕມາດທີ 2 ຂອງປີນີ້

ພົບວ່າ ເກົາຫລີໃຕ້ເປັນປະເທດທີ່ມີຄວາມໄວທາງອິນເຕີເນັດໂດຍສະເລ່ຍ ສູງທີ່ສຸດຢູ່ໃນໂລກ ທີ່ 24.6 Mbps ເຊິ່ງ

ເມື່ອປຽບທຽບກັບຄວາມໄວອິນເຕີເນັດລະດັບ 10 Gbps ທີ່ທາງ SK Broadband ໄດ້ປະກາດເປີດທົດທອງໃຊ້ນັ້ນ

ຈະມີຄວາມໄວກ່ວາເກົ່າເຖິງເກືອບ 407 ເທົ່າ! ສ່ວນອັນດັບທີ 2 ຮອງລົງມາຄື ຮົງກົງ ທີ່ມີຄວາມໄວ 15.7 Mbps

ໃນຂະນະທີ່ສະຫະລັດອາເມຣິກາເອງ ຢູ່ໃນອັນດັບທີ 14 ຄວາມໄວໂດຍສະເລ່ຍຢູ່ທີ່ 11.4 Mbps.

 

Screen-Shot-2557-10-20-at-8.52.56-AM

 

 

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...