ເກີດ​ລະ​ເບີດ​ແຕກ​ຢູ່​ຮ້ານ​ອາຫານ​ໜອງ​ອໍ້ ​ເມືອງ​ສີ​ໂຄດ​ຕະບອງມີ​ຜູ້​ບາດ​ເຈັບ 10 ກວ່າ​ຄົນ

CartoonBomb02.jpg14398bd1-4602-4f85-8f4b-8d63bc005d82Larger

​ເຈົ້າໜ້າ​ທີ່​ພະ​ແນ​ກສືບ ສວນ-ສອບ​ສວນ ນະຄອນຫລວງ​ວຽງ​ຈັນ ​ໃຫ້​ຮູ້​ວ່າ: ​ເວລາ​ປະ ມານ 18:30 ​ໂມງ ຂອງ​ວັນ​ທີ 29 ມິຖຸນາ​ຜ່ານ​ມານີ້ ​ໄດ້​ເກີດ​ລະ​ເບີດ​ແຕກ​ຢູ່​ຮ້ານ​ອາຫານ​ໜອງ​ອໍ້ ບ້ານ​ໂພນ​ສະຫວ່າງ ​ເມືອງ​ສີ​ໂຄດ​ຕະບອງ ນະຄອນຫລວງ​ວຽງ​ຈັນ ​ແຮງລະ​ເບີດ​ໄດ້​ເຮັດ​​ໃຫ້​ຜູ້​ໃກ້​ຄຽງ ​ເຊິ່ງ​ເປັນ​ແຂກ​ທີ່​ພວມ​ນັ່ງ​ດື່ມ​ຊຸມ​ແຊວ​ໃນ​ງານ​ດອງ​ທີ່​ຈັດ​ຢູ່​ຮ້ານ​ອາຫານດັ່ງກ່າວ​ໄດ້​ຮັບ​ບາດ​ເຈັບ 10 ກວ່າ​ຄົນ ​ແລະ ໂຊກ​ດີ​ບໍ່​ມີ​ຜູ້​ເສຍ​ຊີວິດ ​ເຊິ່ງປັດຈຸ ບັນກຳລັງ​ເຈົ້າໜ້າ​ທີ່​ພວມ​ເລັ່ງ ສືບສວນ​ນຳ​ຈັບ​ຕົວ​ຄົນ​ຮ້າຍ​ມາ​ດຳ​ເນີນ​ຄະດີ​ໃຫ້​ໄດ້​​ໂດຍ​ໄວ.

 

ຂອບໃຈຂ່າວຈາກ ລາວພັດທະນາ http://laophatthananews.blogspot.com/