spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ເກີດເຫດໄຟຟ້າຊ໋ອດເສຍຊີວິດ 2 ຄົນ

ເກີດເຫດໄຟຟ້າຊ໋ອດເສຍຊີວິດ 2 ຄົນ

Published on

 

ເຈົ້າໜ້າທີ່ພະແນກສືບສວນ – ສອບສວນ ນະຄອນຫລວງວຽງຈັນໃຫ້ຮູ້ວ່າ: ໄດ້ເກີດເຫດໄຟຟ້າຊ໋ອດຄົນເສຍຊີວິດ

ສອງກໍລະນີຄື ເວລາປະມານ 22:00 ໂມງຂອງວັນທີ 21 ສິງຫາ 2014 ໄດ້ເກີດໄຟຟ້າຊ໋ອດຄົນເສຍຊີວິດຢູ່ຄອງນ້ຳ

ເຂດບ້ານດອນກອຍ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ, ຜູ້ຕາຍຊື່ ທ້າວ ສົນ ອາຍຸ 25 ປີເປັນກຳມະກອນ

ຍ້ອນເອົາສາຍໄຟຕໍ່ລົງໄປຊ໋ອດເອົາປາຢູ່ຄອງນ້ຳ ໃກ້ບ່ອນພັກກຳມະກອນຂອງຮ້ານຂາຍເຄື່ອງກໍ່ສ້າງແຫ່ງໜຶ່ງ

ໃນກໍລະນີນີ້ ເຈົ້າໜ້າທີ່ລະບຸວ່າ ເກີດຈາກຄວາມປະໝາດ ແລະ ການ ໃຊ້ໄຟຟ້າຊ໋ອດເອົາປາກໍເປັນການກະທຳທີ່

ຜິດຕໍ່ລະບຽບກົດໝາຍບ້ານເມືອງນຳອີກ ຈຶ່ງບໍ່ສາມາດດຳເນີນຄະດີໄດ້.

 

 

ອີກກໍລະນີໜຶ່ງແມ່ນເກີດຂຶ້ນເວລາປະມານ 18:00 ໂມງຂອງວັນ ທີ 23 ສິງຫາ 2014 ຢູ່ບ້ານ ໂນນຂີ້ເຫລັກ ເມືອງສີ

ໂຄດຕະບອງ ນະຄອນຫລວງວຽງຈັນ ເຊິ່ງຜູ້ເສຍຊີວິດຊື່ ທ້າວ ຊຽງແກ່ນ ອາຍຸ 45 ປີ ຢູ່ບ້ານດັ່ງກ່າວ, ຍ້ອນເຂົ້າໄປ

ຊ່ວຍເດັກນ້ອຍສອງຄົນຖືກໄຟຊ໋ອດຢູ່ຮົ້ວເຮືອນໃກ້ຄຽງຫລັງໜຶ່ງ ຈົນເຮັດໃຫ້ຕົນເສຍຊີວິດ ແລະ ເດັກນ້ອຍ ກໍໄດ້

ຮັບບາດເຈັບ, ສ່ວນເຈົ້າຂອງເຮືອນຕົ້ນເຫດຊື່ທ້າວໄຊພົງ ລັດອາຍຸ 44ປີ, ເຈົ້າໜ້າທີ່ໄດ້ຈັບຕົວມ ສຶບສວນ-ສອບ

ສວນ ໂດຍຮັບສາລະພາບວ່າ: ສາເຫດທີ່ຕົນຕິດຕັ້ງສາຍໄຟອ້ອມຮົ້ວເຮືອນນັ້ນ ແມ່ນວ່າ: ກ່ອນໜ້ານີ້, ໄດ້ມີຄົນ

ເຂົ້າມາລັກເອົາເປັດ, ໄກ່ທີ່ຕົນລ້ຽງຫລາຍຄັ້ງ ຈຶ່ງໄດ້ຕໍ່ໄຟເພື່ອປ້ອງກັນ ແລະ ບໍ່ຄິດວ່າຈະເກີດຄວາມສູນເສຍຮ້າຍ

ແຮງດັ່ງກ່າວ.  ແນວໃດກໍຕາມ, ເຈົ້າໜ້າທີ່ໄດ້ກັກຕົວຜູ້ກ່ຽວໃນຂໍ້ຫາ ປ້ອງກັນເກີນກວ່າເຫດ ເຈດຕະນາໃຫ້ຜູ້ອື່ນ

ເສຍຊີວິດຈຶ່ງຕ້ອງດຳເນີນຄະດີຕາມລະບຽບກົດໝາຍ.

 

ແຫຼ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...