spot_img
Homeຂ່າວຕ່າງປະເທດເກີດເຫດເຮືອໂດຍສານຫລົ່ມໃນມຽນມາ ພົບຜູ້ເສຍຊີວິດແລ້ວ 32 ຄົນ ຍັງສູນຫາຍອີກຈຳນວນຫຼາຍ

ເກີດເຫດເຮືອໂດຍສານຫລົ່ມໃນມຽນມາ ພົບຜູ້ເສຍຊີວິດແລ້ວ 32 ຄົນ ຍັງສູນຫາຍອີກຈຳນວນຫຼາຍ

Published on

ມຽນມາເລັ່ງຄົ້ນຫາຜູ້ສູນຫາຍ ເຫດການເຮືອເຟີຣີໂດຍສານຫລົ່ມໃນແມ່ນ້ຳ ຊິນດ໌ວິນ (Chindwin) ເຂດສະກາຍ ທາງພາກເໜືອຂອງມຽນມາ ເມື່ອເວລາປະມານ 5.00 ໂມງ ຂອງວັນເສົາທີ 15 ຕຸລາທີ່ຜ່ານມາ ຕອນນີ້ພົບຜູ້ເສຍຊີວິດແລ້ວ 32 ຄົນ ແລະ ສູນຫາຍອີກຈຳນວນຫຼາຍ ໃນຂະນະທີ່ເຈົ້າໜ້າທີ່ກູ້ໄພສາມາດຊ່ວຍຊີວິດຜູ້ໂດຍສານກວ່າ 154 ຄົນ ເຖິງແມ່ນວ່າຕອນນີ້ຍັງບໍ່ທັນຮູ້ຈຳນວນຕົວເລກຄົນທີ່ເດີນທາງມາກັບເຮືອເຟີຣີ້ລຳດັ່ງກ່າວຈັກຄົນແທ້ ແຕ່ຜູ້ໂດຍສານໃນເຫດການບອກວ່າ ໃນຂະນະເກີດເຫດເຮືອຫລົ່ມນັ້ນຄາດວ່າມີຜູ້ຄົນຢູ່ໃນເຮືອຫຼາຍກວ່າ 300 ຄົນ ທັງທີ່ຈິງແລ້ວເຮືອເຟີຣີ້ລຳດັ່ງກ່າວບັນຈຸຄົນໄດ້ພຽງ 120 ຄົນເທົ່ານັ້ນ

8899

ເຮືອເຟີຣີລຳດັ່ງກ່າວເດີນທາງມາຈາກເມືອງ ໂຮມາລິນ ໄປເມືອງໂມນຍວາ ແຕ່ເຮືອກັບປະສົບອຸບັດຕິເຫດ ຫລົ່ມ ແລະ ຈົມລົງນ້ຳຢ່າງໄວວາ ເຊິ່ງໃກ້ກັບເມືອງຄະນີ ຫ່າງຈາກເມືອງມັດທະເລຍ ປະມານ 137 ກິໂລແມັດ ໂດຍຜູ້ໂດຍສານສ່ວນໃຫຍ່ເປັນນັກສຶກສາ, ຄູ ແລະ ຄົນເຮັດວຽກງານທີ່ເດີນທາງກັບບ້ານເພື່ອມາຮ່ວມເທສະການຕາຕິງຍຸດ ຫຼື ງານສະຫຼອງໂຄມປະທີບ ເຊິ່ງເປັນເທສະການທີ່ຈັດຂຶ້ນເພື່ອສະເຫຼີມສະຫຼອງການກັບມາທີ່ໂລກມະນຸດຂອງພຣະພຸດທະເຈົ້າ

414852

ຂ່າວຈາກ: http://truecdn1.thairath.co.th/content/756646
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...