spot_img
Homeຂ່າວຕ່າງປະເທດເກີດເຫດຟ້າຜ່າເຮືອເຈົ້າບ່າວ ໃນຂະນະທີ່ກໍາລັງຂີ່ໄປຫາເຈົ້າສາວ ມີຜູ້ເສຍຊີວິດ 17 ຄົນ

ເກີດເຫດຟ້າຜ່າເຮືອເຈົ້າບ່າວ ໃນຂະນະທີ່ກໍາລັງຂີ່ໄປຫາເຈົ້າສາວ ມີຜູ້ເສຍຊີວິດ 17 ຄົນ

Published on

ເວັບໄຊ້ Thairath ໄດ້ລາຍງານວ່າ: ໃນວັນ 5 ສິງຫາ 2021 ໄດ້ເກີດເຫດການສະເທືອນໃຈ ເມື່ອເຮືອແຫ່ເຂີຍຂອງເຈົ້າບ່າວທີ່ກໍາລັງມຸ່ງໜ້າໄປບ້ານເຈົ້າສາວໄດ້ຖືກຟ້າຜ່າໃນຂະນະທີ່ຈອດຢູ່ແຄມຝັ່ງ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 17 ຄົນ ແລະ ໄດ້ຮັບບາດເຈັບອີກປະມານ 14 ຄົນ ລວມທັງເຈົ້າບ່າວກໍໄດ້ຮັບບາດເຈັບ.

ອີງຕາມການເປີດເຜີຍຂອງເຈົ້າໜ້າທີ່ຕໍາຫຼວດໃນເມືອງຊິບກັນ ທາງພາກຕາເວັນອອກສ່ຽງເໜືອຂອງປະເທດບັງກະລາເທດ ວ່າ ເຮືອຂອງເຈົ້າບ່າວລໍານີ້ໄດ້ຖືກຟ້າຜ່າໃນຂະນະທີ່ມາຮອດທ່າເຮືອໃນເມືອງຊິບກັນ ແລະ ຍາດພີ່ນ້ອງລວມທັງຄະນະແຂກຂອງຝ່າຍເຈົ້າບ່າວກໍາລັງລົງຈາກເຮືອເພື່ອທີ່ຈະໄປເຮືອນເຈົ້າສາວ ຈົນເຮັດໃຫ້ມີຜູ້ເສຍຊີວິດສູງເຖິງ 17 ຄົນ ແລະ ໄດ້ຮັບບາດເຈັບອີກ 14 ຄົນ ຈົນຕ້ອງນໍາສົ່ງໂຮງໝໍ.

ທັງນີ້ໃນແຕ່ລະປີປະຊາຊົນຊາວບັງກະລາເທດເສຍຊີວິດຈາກການຖືກຟ້າຜ່າປີລະຫຼາຍກວ່າຮ້ອຍຄົນ ຈົນເຮັດໃຫ້ທາງການຂອງປະເທດບັງກະລາເທດປະກາດໃຫ້ເຫດການຟ້າຜ່າເປັນໄພພິບັດທາງທໍາມະຊາດໃນປີ 2016. ໃນເດືອນພຶດສະພາ ປີ 2016 ພຽງເດືອນດຽວມີປະຊາຊົນຊາວບັງກະລາເທດຖືກຟ້າຜ່າຕາຍຫຼາຍກວ່າ 200 ຄົນ.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...