spot_img
Homeຂ່າວຕ່າງປະເທດເກີດເຫດບຸກຍິງໃນໂຮງຮຽນມັດທະຍົມອ໊ອກຊ໌ຟອດ ເສຍຊີວິດ 3 ຄົນ

ເກີດເຫດບຸກຍິງໃນໂຮງຮຽນມັດທະຍົມອ໊ອກຊ໌ຟອດ ເສຍຊີວິດ 3 ຄົນ

Published on

ນັກຮຽນມັດທະຍົມລາຍໜຶ່ງ, ໄວ 15 ປີ ໃຊ້ປືນບຸກຍິງຜູ້ຄົນໃນໂຮງຮຽນມັດທະຍົມອ໊ອກຊ໌ຟອດ, ໃນລັດມິຊິແກນ, ສະຫະລັດອາເມລິກາ ເຮັດໃຫ້ມີນັກຮຽນເສຍຊີວິດ 3 ຄົນ, ບາດເຈັບ 8 ຄົນ ໃນນັ້ນມີຄູລວມຢູ່ນຳ.

ອີງຕາມການລາຍງານຂອງເວັບໄຊ OXFORD, Mich. (FOX 2), ເຫດການລະທຶກຂວັນດັ່ງກ່າວ ເກີດຂຶ້ນໃນວັນທີ 30 ພະຈິກຜ່ານມາ ເປັນເຫດເຮັດໃຫ້ນັກຮຽນມັດທະຍົມສາມຄົນ, ໄວ 14, 16 ແລະ 17 ປີ ເສຍຊີວິດຈາກເຫດການບຸກຍິງຄັ້ງນີ້ ແລະມີເຫຍື່ອອີກ 8 ລາຍລວມທັງຄູໄດ້ຮັບບາດເຈັບ ເຊິ່ງຜູ້ຕ້ອງສົງໄສແມ່ນນັກຮຽນມັດທະຍົມຊັ້ນປີທີສອງ ໂດຍທີ່ທາງການຂໍສະຫງວນສິດບໍ່ເປີດເຜີຍລາຍລະອຽດເພີ່ມເຕີມໃດໆກ່ຽວກັບຜູ້ຕ້ອງຫາຄົນດັ່ງກ່າວ ເນື່ອງຈາກຜູ້ກໍ່ເຫດຍັງຢູ່ໃນໄວອາຍຸບໍ່ເຖິງ 18 ປີ.

ເຈົ້າໜ້າທີ່ຕຳຫຼວດກ່າວວ່າ ໄດ້ຮັບສາຍໂທລະສັບທີ່ໂທເຂົ້າເບີສຸກເສີນ 911 ປະມານ 100 ກວ່າສາຍ ໃນຊ່ວງຕອນທ່ຽງຂອງມື້ເກີດເຫດ ຂະນະທີ່ເຈົ້າໜ້າທີ່ໄດ້ໃຊ້ກຳລັງລົງພື້ນທີ່ເພື່ອຄວບຄຸມສະຖານະການແບບຮີບດ່ວນ ກ່ອນຈະເຂົ້າຈັບກຸມຕົວຜູ້ຕ້ອງສົງໄສ ພ້ອມຂອງກາງ ປືນພົກ ຂະໜາດ 9 ມມ ທີ່ບັນຈຸລູກປືນ 7 ລູກ.

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...