spot_img
Homeຂ່າວຕ່າງປະເທດເກີດເຫດການຕຶກສູງ 5 ຊັ້ນພັງທັບລົດເມໃນເກົາຫຼີໃຕ້!!

ເກີດເຫດການຕຶກສູງ 5 ຊັ້ນພັງທັບລົດເມໃນເກົາຫຼີໃຕ້!!

Published on

ໃນຕອນທ່ຽງຂອງວັນທີ 9 ມີຖຸນາ 2021 ທີ່ຜ່ານມາສໍານັກຂ່າວ BBC ຕ່າງປະເທດໄດ້ລາຍງານເຖິງເຫດການທີ່ໜ້າສະເທືອນໃຈໃນເກົາຫຼີໃຕ້ເນື່ອງຈາກອາຄານທີ່ມີຄວາມສູງ 5 ຊັ້ນໃນນະຄອນຄວາງຈູທາງພາກໃຕ້ຂອງປະເທດເຊິ່ງຢູ່ໃນລະຫວ່າງການທໍາລາຍຕຶກໄດ້ພັງລົງມາທັບລົດເມທີ່ມີຜູ້ໂດຍສານຢູ່ພາຍໃນລົດຈໍານວນ 17 ຄົນ ໃນຂະນະທີ່ລົດຈອດຢູ່ທາງດ້ານໜ້າຂອງອາຄານ ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 9 ຄົນ ແລະ ໄດ້ຮັບບາດເຈັບອີກ 20 ຄົນ ແລະ ເຈົ້າໜ້າທີ່ກູ້ໄພກໍໄດ້ເລັ່ງຄົ້ນຫາຜູ້ປະສົບໄພທີ່ອາດຈະຕິດຢູ່ພາຍໃຕ້ຊາກຕຶກທີ່ພັງລົງມາ ແລະ ເບື້ອງຕົ້ນກໍາລັງຫາສາເຫດທີ່ຕຶກພັງລົງມາ.

ທາງດ້ານທ່ານ ຄິມ ຊອກຊຸນ ເຈົ້າໜ້າທີ່ດັບເພິງໄດ້ເປີດເຜີຍວ່າຄົນງານທັງໝົດຖືກອົບພະຍົບອອກຈາກອາຄານລວມທັງປິດທາງຍ່າງທີ່ຢູ່ໃກ້ເຂດຕຶກດັ່ງກ່າວກ່ອນທີ່ມັນຈະພັງລົງມາ.

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...