spot_img
Homeຂ່າວຕ່າງປະເທດເກີດດິນຖະຫຼົ່ມໃນຈີນ ມີຜູ້ເສຍຊີວິດ 14 ຄົນ ບາດເຈັບ ແລະ ສູນຫາຍລວມ 7 ຄົນ

ເກີດດິນຖະຫຼົ່ມໃນຈີນ ມີຜູ້ເສຍຊີວິດ 14 ຄົນ ບາດເຈັບ ແລະ ສູນຫາຍລວມ 7 ຄົນ

Published on

ເວັບໄຊ້ຂ່າວຕ່າງປະເທດ ໄດ້ລາຍງານວ່າ: ໃນວັນທີ 4 ມັງກອນ 2022 ທີ່ຜ່ານມາ ໄດ້ເກີດເຫດດິນຖະຫຼົ່ມຢູ່ບໍລິເວນບ່ອນກໍ່ສ້າງແຫ່ງໜຶ່ງໃນເມືອງ ປີເຈ່ຍ ມົນທົນ ກຸ້ຍໂຈ ທາງຕາເວັນຕົກສ່ຽງໃຕ້ຂອງປະເທດຈີນ ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 14 ຄົນ ແລະ ຍັງມີຜູ້ໄດ້ຮັບບາດເຈັບຈໍານວນ 3 ຄົນ ແລະ ມີຜູ້ສູນຫາຍອີກປະມານ 4 ຄົນ ເຊິ່ງຕອນນີ້ທາງທີມກູ້ໄພກໍາລັງເລັ່ງຄົ້ນຫາ.

ທາງດ້ານເທດສະບານຂອງເມືອງປີເຈ່ຍໄດ້ລະບຸວ່າ ເຫດການດິນຖະຫຼົ່ມໃນຄັ້ງນີ້ເກີດຂຶ້ນໃນເວລາປະມານ 19:00 ຂອງວັນຈັນ ທີ 3 ມັງກອນ 2022 ທີມເຈົ້າໜ້າທີ່ສຸກເສີນ, ໜ່ວຍດັບເພີງ ແລະ ໜ່ວຍຮັກສາຄວາມປອດໄພສາທາລະນະຫຼາຍກວ່າ 1,000 ຄົນໄດ້ເຂົ້າໄປຍັງພື້ນທີ່ດັ່ງກ່າວເພື່ອຄົ້ນຫາຜູ້ສູນຫາຍ ແລະ ຜູ້ເສຍຊີວິດ.

ໃນຂະນະດຽວກັນກະຊວງການຈັດການເຫດການສຸກເສີນຂອງຈີນໄດ້ຈັດສົ່ງບຸກຄະລາກອນລົງພື້ນທີ່ເກີດເຫດເພື່ອແນະອນວທາງການກູ້ໄພ ສ່ວນສາເຫດຂອງດິນຖະຫຼົ່ມຢູ່ລະຫວ່າງການສືບສວນຂອງທີມງານຜູ້ຊ່ຽວຊານໃນພື້ນທີ່.

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...