spot_img
Homeຂ່າວຕ່າງປະເທດອາ​ຄານ​ ບ້ານພັກ 23 ຊັ້ນ ທີ່​ກຳລັງ​ ກໍ່ສ້າງ​ ຢູ່​ນະຄອນຫຼວງ ພຽງຢາງ ພັງລົງ

ອາ​ຄານ​ ບ້ານພັກ 23 ຊັ້ນ ທີ່​ກຳລັງ​ ກໍ່ສ້າງ​ ຢູ່​ນະຄອນຫຼວງ ພຽງຢາງ ພັງລົງ

Published on

ສື່ຂອງ​ລັດຖະບານ​ເກົາຫລີ​ເໜືອ ​ໄດ້ລາຍງານ​ກ່ຽວ​ກັບ​ອາ​ຄານບ້ານ​ພັກ​ ທີ່​ກຳລັງ​ດຳ​ເນີນ​
ການ​ກໍ່ສ້າງ​ຢູ່​ນັ້ນ ພັງ​ທະລາ​ຍລົງ​ຢູ່​ນະຄອນຫຼວງ Pyonyang ຊຶ່ງເປັນ​ການ​ເຄື່ອ​ນ​ໄຫວ ທີ່​ບໍ່​ຄ່ອຍ
ໄດ້ເຫັນກັນມາ​ກ່ອນ​.

​ອົງການຂ່າວ ສູນ​ກາງ​ຂອງທາງການເກົາຫລີເໜືອ ​ຫລື KCNA ໄດ້ລາຍ​ງານ​ໃນ​ວັນ​ອາທິດ​ມື້​ນີ້​
ວ່າ ອາຄານ 23 ຊັ້ນ ທີ່​ມີປະຊາຊົນເກືອບ 100 ​ຄອບຄົວເຂົ້າ​ໄປ​ອາ​ໄສ​ຢູ່​ແລ້ວນັ້ນ ​ໄດ້ພັງ​ທະລາ​ຍລົງ
​ ໃນວັນ​ອັງຄານ​ຜ່ານ​ມານີ້. ອົງການ​ KCNA ບໍ່​ໄດ້​ແຈ້ງໃຫ້ຊາບ​ກ່ຽວ​ກັບ ຕົວ​ເລກ​ຂອງ​ຜູ້​ເສຍ​ຊີວິດ
ຫຼືລາຍ​ລະ​ອຽດຕ່າງໆ ​ກ່ຽວ​ກັບ​ການ​ພັງ​ທະລາຍຂອງ​ອາຄານ​ຫລັງນີ້ ພຽງ​ແຕ່​ກ່າວ​ວ່າ
ການ​ກໍ່ສ້າງ​ບໍ່​ໄດ້​ມາດຕາ​ຖານ ​ແລະ​ເຈົ້າໜ້າ​ທີ່ ​ຮັ​ບຜິດ​ຊອບ ​ແລະຄວບຄຸມການ​ກໍ່ສ້າງ

​ເຈົ້າໜ້າ​ທີ່​ເກົາຫຼີ​ໃຕ້ ທີ່ຂໍສະຫງວນ​ຊື່ ກ່າວ​ວ່າ ມັນ​ເປັນເລື່ອງທຳ​ມະ​ດາ ທີ່ບັນດາຄອບຄົວ​
ສາມາດ​ເຂົ້າ​ໄປ​ອາ​ໄສ​ ຢູ່​ໃນ​ອາຄານ​ທີ່​ຍັງ​ບໍ່​ທັນ​ສຳ​ເລັດ​ ກາ​ນກໍ່​ສ້າງເທື່ອ. ທ່ານເວົ້າວ່າ​ອາດ​ມີ​ຜູ້​ເສຍ​ຊີວິດຫຼາຍຮ້ອຍ​ຄົນ.

ອົງການຂ່າວຂອງເກົາຫລີເໜືອ ຍັງ​ໄດ້​ລາຍ​ງານ​ຢ່າງຍືດຍາວ ກ່ຽວກັບ ການຂໍອະ​ໄພ
ໂທດ​ຕໍ່​ມວນ​ຊົນ​ ໂດຍ​ບັນດາເຈົ້າໜ້າ​ທີ່​ ລັດຖະບານຂັ້ນສູງ ​ທີ່ເອີ້ນເຫດຮ້າຍນີ້ວ່າ​ “​ເປັນອຸປະຕິ​ເຫດ​ທີ່​ບໍ່​ຄາດ​ຝັນ.”

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...