spot_img
Homeຂ່າວທ້ອງຖິ່ນຮ​ອງປະທານ​ປະ​ເທດ ຕ້ອນຮັບນັກ​ຄົ້ນຄວ້າ​ ທີ່​ໄດ້​ຮັບ​ລາງວັນ ໂນ​ເບ​ວ ສາຂາ​ເສດຖະສາດ ​ແລະ ​ແພດສາດ

ຮ​ອງປະທານ​ປະ​ເທດ ຕ້ອນຮັບນັກ​ຄົ້ນຄວ້າ​ ທີ່​ໄດ້​ຮັບ​ລາງວັນ ໂນ​ເບ​ວ ສາຂາ​ເສດຖະສາດ ​ແລະ ​ແພດສາດ

Published on

ໃນວັນ​ທີ 14 ມີນາ 2019, ທ່ານ ພັນ​ຄຳ ວິພາ​ວັນ ຮອງປະທານ​ປະ​ເທດ ​ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ການ​ເຂົ້າ​ຢ້ຽມຂໍ່ານັບຂອງ ທ່ານ Finn E. KYDLAND ​ເຈົ້າ​ຂອງ​ລາງວັນ​ໂນ​ເບ​ສ ສາຂາ​​ເສດຖະສາດ ປະຈຳ​ປີ 2004 ​ແລະ ທ່ານ Sir Paul M. NURSE ​ເຈົ້າ​ຂອງ​ລາງວັນໂນ​ເບ​ສ ສາຂາ​ການ​ແພດ ປະຈຳ​ປີ 2001 ໃນ​ໂອກາດ​ເດີນທາງ​ມາຢ້ຽມຢາມ ​ແລະ ​ຈັດ​ກອງ​ປະຊຸມ​ເຜີຍ​ແຜ່ບົດຮຽນວິຊາ​ການ ​ໃນ​ຫົວ​ຂໍ້ ນະ​ໂຍບາຍ​ເສດຖະກິດ​ທີ່​ສອດຄ່ອງ ​ແລະ ການ​ພັດທະນ​າ​ເສດຖະກິດ ​ແລະ ຫົວ​ຂໍ້ ການ​ສ້າງ​ຈິນຕະນາການ​ໃໝ່ ທາງ​ດ້ານ​ສະຕິ​ປັນຍາ ສປປ ລາວ ລະຫວ່າງ​ວັນ​ທີ 8-15 ມີນາ 2019.

​ໃນ​ໂອກາດ​ນີ້, ທ່ານ ພັນ​ຄຳ ວິພາ​ວັນ ​ໄດ້​ກ່າວສະ​ແດງ​ຄວາມຍິນ​ດີຕ້ອນຮັບ, ຊົມ​ເຊີຍ ​ແລະ ຕີ​ລາຄາ​ສູງຕໍ່ ທ່ານ Finn E. KYDLAND ​ແລະ ທ່ານ Sir Paul M. NURSE ທີ່​ໄດ້​ເດີນທາງ​ມາ ຢ້ຽມຢາມ​ ​ແລະ ​ຈັດ​ກອງ​ປະຊຸມຢູ່ ສປປ ລາວ ​ໃນ​ຄັ້ງ​ນີ້, ພ້ອມ​ທັງ​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ນັກ​ຄົ້ນ ຄວ້າ​ທັງ​ສອງ​ທ່ານ ທີ່​ໄດ້​ເປີດ​ໂອກາດ​ ແບ່ງປັນຄວາມ​ຮູ້ ປະສົບ​ການ ​ໃນ​ການ​ຄົ້ນ​ຄວ້າ​ວິທະຍາສາດ ​ໃຫ້​ວິຊາ​ການ​ຂອງ​ລາວ​. ພ້ອມ​ທັງ​ສະ​ແດງ​ຄວາມ​ຫວັງ​ວ່າ ຈາກ​ການ​ແບ່ງ​ປັນ​ຄວາມ​ຮູ້​ ຂອງ​ນັກ​ຄົ້ນຄວ້າ ທັງ​ສອງ​ທ່ານ​ໃນ​ຄັ້ງ​ນີ້, ຈະ​ເປັນ​ພື້ນຖານອັນ​ດີ ​ໃຫ້​ແກ່​ນັກ​ຄົ້ນຄວ້າ​ຂອງລາວ ນຳ​ໄປ​​ເຜີຍ​ແຜ່ ​ແລ​ະ ໝຸນ​ໃຊ້​ເຂົ້າ​ໃນໜ້າທີ່​ວຽກງານ​ຂອງ​ຕົນ ​ໃຫ້​ດີ​ຂຶ້ນ​ເທື່ອ​ລະ​ກ້າວ.

ພ້ອມ​ດຽວກັນ​ນີ້, ນັກ​ຄົ້ນຄວ້າ​ທັງ​ສອງທ່ານ ​ກໍ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ທ່ານ ພັນ​ຄຳ ວິພາ​ວັນ ທີ່​ໄດ້​ສະຫລະເວລາໃຫ້​ການ​ຕ້ອນ​ຮັບ​ອັນ​ອົບ​ອຸ່ນ​ໃນ​ຄັ້ງ​ນີ້, ພ້ອມທັງແຈ້ງຈຸດປະສົງ ຂອງການເດີນ ທາງມາຢ້ຽມຢາມ ສປປ ລາວ ​ຄັ້ງ​ນີ້, ​ໃຫ້ທ່ານຮອງປະທານ​ປະ​ເທດ ຮັບຊາບຕື່ມອີກ.

ຂຽນໂດຍ: ແຟນຊິສ ສະຫວັນຄຳ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...