spot_img
Homeຂ່າວພາຍ​ໃນຮ່ອມ 7 ໜອງພະຍາ ເຂັ້ມແຂງ ປູເບຕົງເຂົ້າຮ່ອມ 560 ແມັດ

ຮ່ອມ 7 ໜອງພະຍາ ເຂັ້ມແຂງ ປູເບຕົງເຂົ້າຮ່ອມ 560 ແມັດ

Published on

ປະຊາຊົນຮ່ອມ 7 ບ້ານໜອງພະຍາ ເມືອງໄຊທານີ ນະຄອນຫຼວງວຽງຈັນ ລະດົມເງິນແບບສະໝັກໃຈເກືອບ 300 ລ້ານ ເທເບຕົງເຂົ້າຮ່ອມເຮືອນຂອງຕົນເອງ.

ນັກຂ່າວທ້ອງຖິ່ນລາຍງານເມື່ອວັນທີ 9 ມີນາ 2020 ທີ່ຜ່ານມາ ຢູ່ທີ່ຮ່ອມ 7 ບ້ານໜອງພະຍາ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ມີຂະບວນການເທເບຕົງເສີມເຫຼັກຮ່ອມເຂົ້າຊຸມຊົນຢ່າງເປັນຂະບວນການຟົດຟື້ນ ມີປະຊາຊົນພາຍໃນຮ່ອມເຂົ້າຮ່ວມຢ່າງພ້ອມພຽງ.

ຮ່ອມ 07 ບ້ານ ໜອງພະຍາ, ເມືອງ ໄຊທານີ ຮ່ອມ 07 ມີຈຳນວນ 56 ຄອບຄົວ, ປະກອບມີ 3 ໜ່ວຍຄື: ໜ່ວຍ 40, 41,42 ຮ່ອມດັ່ງກ່າວເປັນທາງຮ່ອມຕັນ, ມີໄລຍະທາງ ຍາວທັງໝົດ 560 ແມັດ. ການກໍ່ສ້າງ ໜ້າທາງເບຕົງເສີມເຫຼັ້ກ ຍາວ 560 ແມັດ, ລວງກວ້າງ 5 ແມັດ, ເບຕົງໜາ 15 ຊັງຕີແມັດ, ມູນຄ່າການກໍ່ສ້າງ (ລວມສະເພາະຄ່າ ວັດສະດຸ, ຄ່ານາຍຊ່າງຈຳນວນໜື່ງ ) = 291,500,000 ກີບ (ສອງຮ້ອຍເກົ້າສິບເອັດລ້ານ ຫ້າແສນກີບ). ທຶນຮອນໃນການກໍ່ສ້າງແມ່ນໄດ້ຈາກຮູບແບບການລະດົມທຶນປະກອບສ່ວນຂອງແຕ່ລະຄອບຄົວ, ໂດຍເບື້ອງຕົ້ນໄດ້ປຶກສາຫາລື ກັບຫົວໜ້າໜວ່ຍ ເພື່ອຊອກທຸກເງື່ອນໄຂທີ່ຈະເປັນໄປໄດ້ ໂດຍມີຂັ້ນຕອນຄື:

1. ຄິດໄລ່ຕົ້ນທຶນລາຍຈ່າຍຫຼັກໆ ຄື ຊື້ວັດສະດຸເບຕົງແຫຼວ, ອຸປະກອນຈຳນວນໜຶ່ງ ແລະ ລາຍຈ່າຍອື່ນໆ ທີ່ຈຳເປັນ, ຈຶ່ງຕົກເປັນມູນຄ່າລວມໃຫ້ໜ້ອຍທີ່ສຸດ ,

2. ລະດົມທຶນປະກອບສ່ວນນຳຄອບຄົວທີ່ມີເງື່ອນໄຂ ແລະ ມີໃຈສັດທາ ເພື່ອເປັນຫຼັກກ່ອນໂດຍສາມາດລະດົມໄດ້ 10 ຄອບຄົວ ເປັນມູນຄ່າ 107 ລ້ານ …​ ສ່ວນມູນຄ່າທີ່ຍັງບໍ່ພໍຈຶ່ງເອົາມາຫານໃສ່ແຕ່ລະຄອບຄົວທີ່ຍັງເຫຼືອ ຈຳນວນ 46 ຄອບຄົວ ເທົ່າກັບ 4,000,000 ກີບຕໍ່ຄອບຄົວ.

ໂດຍໄດ້ເປີດກອງປະຊຸມເອກະພາບກັນຄັກແນ່. ສ່ວນຮູບການຈ່າຍ ຜູ້ມີເງື່ອງໄຂຈ່າຍເທື່ອດຽວກໍຈ່າຍເລີຍ ສ່ວນຜູ້ບໍ່ທັນພ້ອມແມ່ນຈ່າຍເປັນເດືອນ ໂດຍແມ່ນຄອບຄົວ ທ່ານ ນາງ ເພືອນແສງ ຄຸນຄາລັກ ເປັນຜູ້ອອກໃຫ້ກ່ອນ.

ສຳລັບຂັ້ນຕອນການປະຕິບັດແມ່ນ ລະດົມແຮງງານປະກອບສ່ວນແບບສາມັກຄີນຳກັນ.​

ປະຊາຊົນທ່ານໜຶ່ງໄດ້ໃຫ້ສຳພາດຕໍ່ນັກຂ່າວເຮົາວ່າ: ເຮືອນຂອງເຮົາຫຼັງບັກງາມໆ, ລົດຂອງເຮົາຄັນບັກແພງໆ ເຮົາກໍຍັງສ້າງໄດ້ຊື້ໄດ້ ແລ້ວຖ້າເຮົາບໍ່ສາມາດເຮັດທາງທີ່ດີໆເຂົ້າເຮືອນຂອງເຮົາໄດ້ມັນກໍບໍ່ມີຄວາມໝາຍແລະກໍເປັນຕາອາຍສັງຄົມ…

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...