spot_img
Home​ຂ່າວບັນເທິງຮ່ວມເຊຍ "ອອນອານົງ" Miss Universe Laos 2018 ໃນຮອບຕັດສິນ

ຮ່ວມເຊຍ “ອອນອານົງ” Miss Universe Laos 2018 ໃນຮອບຕັດສິນ

Published on

ປັດຈຸບັນການປະກວດເວທີ ນາງງາມຈັກກະວານ 2018 ຫຼື Miss Universe 2018 ທີ່ຈັດຂຶ້ນໃນບາງກອກ ປະເທດໄທ ກໍ່ໄດ້ດຳເນີນມາເຖິງຮອບຄັດເລືອກ ເປັນຮອບເກັບຄະແນນທີ່ສາວງາມຜູ້ເຂົ້າປະກວດທັງ 94 ປະເທດ ໄດ້ຂຶ້ນເວທີເພື່ອແນະນຳຕົວເອງ ແລະ ອວດຮູບຮ່າງໃນຊຸດລອຍນໍ້າ ແລະ ຊຸດຣາຕີຕໍ່ໜ້າຄະນະກຳມະການ.

ການປະກວດ Miss Universe 2018 ໃນປີນີ້ ປະເທດລາວເຮົາໄດ້ສົ່ງ ນາງ ອອນອານົງ ຫອມສົມບັດ Miss Universe Laos 2018 ເຂົ້າຮ່ວມ. ຕະຫຼອດໄລຍະເວລາໃນການເກັບຕົວ ແລະ ເຮັດກິດຈະກຳຕ່າງໆກັບທາງກອງປະກວດ “ອອນອານົງ” ກໍ່ມີຄວາມໂດດເດັ່ນບໍ່ວ່າຈະເປັນທາງດ້ານຮູບຮ່າງໜ້າຕາ, ຄວາມສາມາດ, ທັກສະດ້ານພາສາບໍ່ໜ້ອຍໜ້າສາວງາມຈາກຊາດໃດໃນໂລກ ໂດຍສະເພາະໃນຮອບປະກວດຊຸດປະຈຳຊາດ ເຊິ່ງ “ຊຸດກິນນະລີ” ຊຸດປະຈຳຊາດລາວ ໄດ້ຕິດ 1 ໃນ 10 ຊຸດປະຈຳຊາດທີ່ດີທີ່ສຸດ.

ເຖິງແມ່ນວ່າ ໃນຮອບຄັດເລືອກ ທີ່ຈັດຂຶ້ນໃນວັນທີ 13 ທັນວາ 2018 ທີ່ຜ່ານມາ “ອອນອານົງ” ຈະບໍ່ໄດ້ຕິດ 1 ໃນ 30 ສາວງາມ ແຕ່ແຟນໆຊາວລາວກໍ່ຢ່າຟ້າວໝົດຫວັງ ທຸກຄົນຍັງສາມາດສົ່ງກຳລັງໃຈໄປເຊຍ Miss Universe Laos 2018 ພ້ອມກັນໄດ້ໃນຮອບການຕັດສິນ (Final Round) ໃນວັນຈັນທີ 17 ທັນວາ 2018, ເວລາ 7:00 ໂມງ, ຖ່າຍທອດສົດທີ່ ອິມແພັດ ອາຣີນາ ເມືອງທອງທານີ ຜ່ານໂທລະພາບຊ່ອງ PPTV (ປະເທດໄທ).

https://www.facebook.com/309489883202549/videos/320114542048963/

https://www.facebook.com/120133874718296/videos/765153897171938/

https://www.facebook.com/missuniverselao/videos/378275956251811/?epa=SEARCH_BOX

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: Miss Universe 2018

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...