spot_img
Homeຂ່າວທ້ອງຖິ່ນຮ່ວມກັບນ້ອງເຂີຍ ລັກລອບຄ້າຂາຍຢາບ້າ ຖືກຈັບພ້ອມຂອງກາງ 198.000 ເມັດ

ຮ່ວມກັບນ້ອງເຂີຍ ລັກລອບຄ້າຂາຍຢາບ້າ ຖືກຈັບພ້ອມຂອງກາງ 198.000 ເມັດ

Published on

ເວລາປະມານ 14:00 ໂມງ ຂອງວັນທີ 25 ພຶດ ສະພາ 2021 ທີ່ຜ່ານມາ, ເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ແຂວງສະຫວັນນະເຂດ ເປີດເຜີຍວ່າ: ເຈົ້າໜ້າທີ່ກຳລັງວິຊາສະເພາະ ພະແນກ 303 ຫ້ອງຕໍາຫຼວດ ໂດຍສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ໄດ້ນໍາກໍາລັງເຂົ້າຈັບກຸມເປົ້າໝາຍຄ້າ-ຂາຍຢາເສບຕິດ ພາຍຫຼັງທີ່ສືບຮູ້ວ່າ: ຢູ່ທີ່ຂອບເຂດບ້ານ ຫຼັກ 35 ເມືອງຈໍາພອນ ແຂວງສະຫວັນນະເຂດ ສາມາດຈັບຕົວເປົ້າໝາຍໄດ້ 2 ຄົນ ຄື: ທ້າວ ສຸກສາຄອນ ຫຼື ໂຕ້ ອາຍຸ 35 ປີ (ນ້ອງເຂີຍ) ແລະ ນາງ ສີຝອງ ອາຍຸ 39 ປີ (ປ້າ)  ທັງສອງຢູ່ບ້ານໂພສີແກ້ວ ເມືອງໄຊພູທອງ ແຂວງສະຫວັນນະເຂດ ພ້ອມຂອງກາງຢາບ້າ ຈຳນວນ 99 ມັດ  ເທົ່າກັບ 198.000 ເມັດ, ລົດໃຫຍ່ 2 ຄັນ ຄື: ລົດກະບະມິດສຸບີຊິໄທຕັ້ນ ສີປອນ ໝາຍເລກທະບຽນ ກຈ 6197 ສະຫວັນນະເຂດ ແລະ ລົດເກັງ ອີເລັນ ຕ້າ ສີດໍາ ໝາຍເລກທະບຽນ ກກ 9726 ວຽງຈັນ ແລະ ໂທລະສັບ 2 ເຄື່ອງ ໄປດໍາເນີນຄະດີ.

ປັດຈຸບັນຄະດີດັ່ງກ່າວ, ກໍາລັງຢູ່ໃນຂັ້ນຕອນສືບສອບສວນ ຂອງເຈົ້າໜ້າທີ່ ປກສ ແຂວງສະຫວັນນະເຂດ ເພື່ອຕິດຕາມນຳຈັບຜູ້ຮ່ວມຂະບວນການມາດຳເນີນຄະດີຕາມກົດໝາຍຕໍ່ໄປ.

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...