spot_img
Homeຂ່າວພາຍ​ໃນຮູ້ໄວ້ມີປະໂຫຍດ! ມາຮູ້ຈັກກັບພາສປອດວັກຊີນ

ຮູ້ໄວ້ມີປະໂຫຍດ! ມາຮູ້ຈັກກັບພາສປອດວັກຊີນ

Published on

ລັດຖະບານອັງກິດກຳລັງພັດທະນາຄວາມເໝາະສົມໃນການນຳລະບົບການອອກເອກະສານຮັບຮອງວັກຊີນ ຕ້ານພະຍາດໂຄວິດ-19 ຫຼື ພາສປອດວັກຊີນ ນຳມາໃຊ້ເພື່ອໃຫ້ສາມາດ ເປີດປະເທດໄດ້ອີກ.

ປັດຈຸບັນ, ນອກຈາກປະເທດອັງກິດແລ້ວ ຍັງມີອີກຫຼາຍປະເທດກຳລັງດຳເນີນການກ່ຽວກັບເລື່ອງນີ້ ເພື່ອໃຫ້ຂະແໜງການທ່ອງທ່ຽວລະຫວ່າງປະເທດສາມາດກັບມາດຳເນີນທຸລະກິດໄດ້ອີກ ຫຼັງຈາກໄດ້ຮັບຜົນກະທົບຢ່າງຫໜັກຈາກມາດຕະການຄວບຄຸ້ມ ແລະປ້ອງກັນພະຍາດໂຄວິດ-19.

ພາສປອດວັກຊີນ ແມ່ນຫຼັກຖານທີ່ຮັບຮອງວ່າ ບຸກຄົນໃດບຸກຄົນໜຶ່ງໄດ້ຮັບການສັກວັກຊີນປ້ອງພະຍາດໂຄວິດ-19 ຫຼື ເຄີຍຕິດເຊື້ອມາກ່ອນ ແຕ່ປິ່ນປົວເຊົາແລ້ວ ເນື່ອງຈາກວ່າກຸ່ມຄົນເຫຼົ່ານີ້ຈະມີພູມຕ້ານທານໃນຮ່າງກາຍທີ່ສາມາດຕໍ່ສູ້ກັບພະຍາດ COVID-19 ໄດ້ ແລະ ເຮັດໃຫ້ມີແນວໂນ້ມໃນການຕິດເຊື້ອ ຫຼື ແຜ່ເຊື້ອໜ້ອຍກ່ວາບຸກຄົນທົ່ວໄປ ແລະ ຍັງເຮັດໃຫ້ ມີສິດເສລີໃນການເດີນທາງທ່ອງທ່ຽວ ໄປຊື້ເຄື່ອງ ຫຼື ໄປເຮັດວຽກຢູ່ໃນເຂດທີ່ມີມາດຕະການຄວບຄຸມພະຍາດ. ພາສປອດວັກຊີນ ສາມາດເປັນຮູບແບບໃບຢັ້ງຢືນ ຫຼື ຮູບແບບດີຈີຕອນໃນແອັບພລິເຄຊັນໃນໂທລະສັບມືຖື.

ສຳນັກຂ່າວບີບີຊີ ລາຍງານວ່າ: ພາສປອດວັກຊີນ ອາດຈະລວມຢູ່ໃນແອັບພລິເຄຊັນສຳນັກງານບໍລິການດ້ານສຸຂະພາບແຫ່ງຊາດຂອງອັງກິດ (NHS) ເພື່ອຊ່ວຍໃຫ້ປະຊາຊົນໃຊ້ໂທລະສັບມືຖືເພື່ອສະແດງຫຼັກຖານວ່າ ຕົນເອງນັ້ນມີ ພູມຕ້ານທານພະຍາດໄດ້.

ບັນດາປະເທດມີທີ່ໃຊ້ພັດສປອດວັກຊີນແລ້ວໄດ້ແກ່ ປະເທດອິດສະຣາແອນ, ອອກແອັບພລິເຄຊັນ “ Green Pass” ທີ່ໃຫ້ຜູ້ໄດ້ຮັບວັກຊີນ ຫຼື ຕິດເຊື້້ອພະຍາດໂຄວິດ-19 ແລະ ປິ່ນປົວເຊົາແລ້ວ ສາມາດເຂົ້າໃຊ້ບໍລິການບ່ອນອອກກຳລັງກາຍ ໂຮງໜັງ ໂຮງແຮມ ສະຖານທີ່ທາງສາສະໜາ. ປະເທດເດັນມາກ, ກຳລັງພັດທະນາພາສປອດວັກຊີນໃນຮູບແບບດີຈີຕອນ ເພື່ອໃຫ້ປະຊາຊົນສາມາດໃຊ້ເພື່ອເປັນຫຼັກຖານວ່າ ພວກເຂົາໄດ້ຮັບການສັກວັກຊີນແລ້ວ. ເອດໂຕເນຍ ແລະ ອົງການອະນາໄມໂລກ ກຳລັງພັດທະນາໃບຢັ້ງຢືນການສັກວັກຊີນປ້ອງກັນພະຍາດອີເລັກໂທຣນິກ (e-vaccination certificate) ທີ່ເອີ້ນວ່າ “ບັດເຫຼືອງສະຫຼາດ”. ປະເທດເກຣັກ ຮຽກຮ້ອງໃຫ້ຄະນະກຳມາທິການສະຫະພາບເອີຣົບຮັບຮອງເອົາລະບົບການຢັ້ງຢືນທີ່ເປີດທາງໃຫ້ຜູ້ທີ່ໄດ້ຮັບວັກຊີນຕ້ານໂຄວິດ-19 ເພື່ອສາມາດເດີນທາງໄດ້ໂດຍເສລີ ໃນເວລາດຽວກັນນັ້ນ ປະເທດແອັດສະປາຍໂຍນກຳລັງເກັບກໍາຂໍ້ມູນກຸ່ມຄົນທີ່ປະຕິເສດການສັກວັກຊີນ ເຊິ່ງຂໍ້ມູນນີ້ຈະສືບຕໍ່ແບ່ງປັນໃຫ້ສະຫະພາບເອີຣົບ.

ເຖິງແມ່ນວ່າພາສປອດວັກຊີນຈະມີຂໍ້ດີຫຼາຍຢ່າງ ແຕ່ມີຫຼາຍຄົນໄດ້ສະແດງຄວາມເປັນຫ່ວງວ່າ ລະບົບດັ່ງກ່າວຈະກໍ່ໃຫ້ເກີດການເລືອກປະຕິບັດ ໂດຍສະເພາະຕໍ່ກຸ່ມໜຸ່ມສາວທີ່ຍັງບໍ່ໄດ້ຮັບວັກຊີນ ແລະ ແມ່ຍິງຖືພາ ທີ່ບໍ່ໄດ້ຮັບວັກຊີນ ແລະ ຫຼາຍຝ່າຍຍັງເປັນຫວ່ງອີກວ່າ ຜູ້ປະກອບການ ຫຼື ນາຍຈ້າງບາງຄົນອາດຈະໃຊ້ນະໂຍບາຍນີ້ປະຕິເສດຄົນທີ່ບໍ່ໄດ້ຮັບການສັກວັກຊີນເຂົ້າຮັດວຽກ ເຊິ່ງນະຄອນລັດວາຕີກັນ ທາງເຈົ້າໜ້າທີ່ກໍ່ກຳລັງພິຈາລະນາລະບຽບການໃຫ້ປະຊາຊົນທີ່ບໍ່ຍອມຮັບວັກຊີນຕ້ອງປ່ຽນວຽກ.

ຮຽບຮຽງໂດຍ: ມົນລະດີ

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...