spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມຮູ້ທັນອາການເຈັບໄສ້ຕິ່ງອັກເສບ

ຮູ້ທັນອາການເຈັບໄສ້ຕິ່ງອັກເສບ

Published on

ໄສ​ຕິ່ງ​ອັກ​ເສບ ​ຈະ​ເຈັບທ້ອງ​ແບບ​ເຈັບ​ສຽບ ທີ່​ພົບ​ຫລາຍ​ທີ່​ສຸດ ​ໂດຍ​ສະ​ເພາະ ​ໃນ​ໄວ​ໜຸ່ມ​ສາວທີ່ ອາຍຸ​ບໍ່​ເກີນ 30 ປີ ​ເກີດ​ຂຶ້ນ​ໄດ້​ທັງ​ຜູ້ຍິງ ​ແລະ ຜູ້​ຊາຍ.

ສາເຫດຂອງການ ເກີດໄສຕິ່ງອັກເສບນັ້ນ ເກີດຈາກການອັດຕັນ ຂອງໄສຕິ່ງຈາກອາຈົມ ທີ່ແຂງເກີນໄປ ຫລື ມີກ້ອນຊີ້ນປົ່ງ ເຮັດໃຫ້ອັດຕັນ ແລະ ເກີດການອັກເສບຂຶ້ນມາ ໂດຍອາການ ຂອງຜູ້ເປັນໄສຕິ່ງສ່ວນໃຫຍ່ ຈະມີອາການເຈັບທ້ອງ ບອກຕຳແໜ່ງທີ່ເຈັບໄດ້ ບໍ່ແນ່ນອນເຈັບເປັນໄລຍະ ຫລື ຕະຫລອດເວລາກໍ່ໄດ້ ແຕ່ໂດຍທົ່ວໄປ ມັກຈະເຈັບ ຕະຫລອດເວລາ

ຫລັງຈາກນັ້ນ ອາການເຈັບຈະເລີ່ມຍ້າຍ ໄປຫາທ້ອງນ້ອຍດ້ານຂວາ ແລະ ອາດມີໄຂ້ນຳອີກ ເຊິ່ງຜູ້ເຈັບບາງຄົນອາດ ຈະມີອາການບໍ່ ເປັນຄືທີ່ໄດ້ກ່າວມາ ຂຶ້ນຢູ່ກັບຕຳແໜ່ງ ຂອງໄສ້ຕິ່ງເຊັ່ນ: ບາງທີອາດເຈັບທ້ອງ ດ້ານຂວາເທິງ ຫລືເຄິ່ງກາງກໍ່ມີຖ້າປາຍ ຂອງໄສຕິ່ງຍາວໄປ​ເຖີງບໍລິເວນນັ້ນ.

​ການ​ຮັກສາ​ ໄສ​ຕິ່ງ​ອັກ​​ເສບ​ບໍ່​ວ່າ​ ໄສ​ຕິ່ງ​ຈະ​ແຕກ ຫລື ບໍ່​ແຕກ​ມີ​ແຕ່​ການ​ຜ່າ​ຕັດ ​ຖ້າ​ຫາກ​ບໍ່​​ໄປ​ຮັກສາ​ອາດ ​​ເກີດມີ​ພະຍາດ​​​​ແຊກຊ້ອນ​ໄດ້ ​ເຊັ່ນ​ໄສ້​ຕິ່ງ​ກາຍ​ເປັນ​ຝີ​ ໃນ​ທ້ອງ​ຕ້ອງ​ຜ່າຕັດ​ອອກ ຫລື ​ໄສ​ຕິ່ງ​ແຕກ​ມີ​ໜອງ​ອອກ​ມາ​ພາຍ​ ໃນ​ຊ່ວງ​ທ້ອງ​ເຮັດ​​ໃຫ້​ເສີຍ​ຊີວິດ​ໄດ້.

ດັ່ງ​ນັ້ນ​ ຫາກມີ​ອາ​ການ​ເຈັບທ້ອງ​ ໂດຍ​ບໍ່​ຮູ້​ສາ​ເຫດ ​ຢ່າ​ຟ້າວ​ກິນ​ຢາ​ແກ້​ປວດ ຄວນ​ໄປ​ກວດ​ ເພື່ອ​ໃຫ້​ຮູ້​ລະອຽດ ​ເພາະ​ການ​ກິນ​ຢາ​ແກ້​ປວດ ​ຈະ​ເຮັດ​ໃຫ້​ກວດ​ພະຍາດ​ຢາກ ​ຫລື​ ກວດ​ບໍ່​ພົບ​ເຫັນ​ ເພາະ​ຢາ​ຈະ​ປິດ ອາການ​ເຈັບທ້ອງ ​ຖ້າ​ຫາກ​ເຈັບທ້ອງ​ເກີນ 6 ຊົ່ວ​ໂມງ ຄວນ​ຮີບ​ໄປ​ຫາ​ແພດ ​ເພາະ​ສ່ວນ​ໃຫຍ່​ແລ້ວ​ ຖ້າ​ບໍ່​ເປັນ​ໄສ​ຕິ່ງ​ອັກ​ເສບ​ ກໍ່​ມັກ​ເປັນ​ອາການ​ຮ້າຍ​ແຮງ​ອື່ນໆ.
ທີ່ມາ: http://kpl.gov.la/detail.aspx?id=16104

ບົດຄວາມຫຼ້າສຸດ

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...