spot_img
Homeຂ່າວຕ່າງປະເທດຮູຂະໜາດໃຫຍ່ໃນເຮືອບິນຫຼັງຈາກທີ່ເດີນທາງມາ 14 ຊົ່ວໂມງ

ຮູຂະໜາດໃຫຍ່ໃນເຮືອບິນຫຼັງຈາກທີ່ເດີນທາງມາ 14 ຊົ່ວໂມງ

Published on

ລູດເຮືອ ແລະ ຜູ້ໂດຍສານຕ່າງພາກັນຕົກໃຈກັບຮູຂະໜາດໃຫຍ່ທີ່ຢູ່ດ້ານຂ້າງ ຂອງເຮືອບິນເອມິເຣດ ໃນຂະນະທີ່ຕອນເຮືອບິນລົງຈອດທີ່ອອສເຕເລຍ ຫຼັງຈາກເກີດສຽງດັງສະນັ່ນ ຄິດວ່າຢາງຕີນລໍ້ລະເບີດ.

ໃນວັນທີ 5 ມິຖຸນາທີ່ຜ່ານມາ ບັນດາຜູ້ໂດຍສານເທິງເຮືອບິນໂດຍສານຂອງ ສາຍການບິນເອມິເຣດ ແອບັສ A380 ທ່ຽວບິນຈາກດູໄບ ມາຫາເມືອງບຣິສເບນ ໃນອອສເຕເລຍ ຕ້ອງຕົກໃຈຫຼາຍ ເມື່ອລົງມາຈາກເຮືອບິນທີ່ສະໜາມບິນນາໆຊາດ ເມືອງບຣິສເບນ ໃນວັນທີ 1 ກໍລະກົດ ແລ້ວໄດ້ເຫັນຮູຂະໜາດໃຫຍ່ບໍລິເວນດ້ານຂ້າງຂອງເຮືອບິນ ຫຼັງຈາກໃຊ້ເວລາເດີນທາງ 14 ຊົ່ວໂມງ.

ຮູຂະໜາດໃຫຍ່ເກີດຂຶ້ນໃນຂະນະທີ່ເຮືອບິນຢູ່ເທິງຟ້າ ບິນຢູ່ເໜືອມະຫາສະໝຸດ ແລ້ວໄດ້ມີສຽງດັງສະນັ່ນໄປທົ່ວຟ້າ ຫຼັງຈາກທີ່ໄດ້ບິນອອກມາເຄິ່ງຊົ່ວໂມງ. ທາງດ້ານນັກບິນນັ້ນໄດ້ຕັດສິນໃຈຂັບເຮືອບິນຕໍ່ໄປອີກ 13 ຊົ່ວໂມງເຄິ່ງ ເພື່ອຈະຮອດອອສເຕເລຍ, ໂດຍມີການຕິດຕໍ່ເຈົ້າໜ້າທີ່ຫໍຄວບຄຸມການບິນປະຈຳສະໜາມບິນ ກ່ອນທີ່ຈະລົງຈອດ.

ເຖິງຢ່າງໃດກໍຕາມ ລູກເຮືອ ແລະ ຜູ້ໂດຍສານບໍ່ມີໃຜໄດ້ຮັບບາດເຈັບ, ແຕ່ທາງເຈົ້າໜ້າທີ່ກູ້ໄພກໍກຽມພ້ອມຢູ່ທີ່ສະໜາມບິນແລ້ວ.

ແຫຼ່ງຂ່າວຈາກ euronews

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...