spot_img
Homeຂ່າວການສຶກສາຮັບສະຫມັກທຶນເຂົ້າຮ່ວມແລກປ່ຽນເຮັດກິດຈະກໍາຈາກ11 ສະຖາບັນຂອງປະເທດ ຢີ່ປຸ່ນ

ຮັບສະຫມັກທຶນເຂົ້າຮ່ວມແລກປ່ຽນເຮັດກິດຈະກໍາຈາກ11 ສະຖາບັນຂອງປະເທດ ຢີ່ປຸ່ນ

Published on

ເປີດຮັບ ສະຫມັກແລ້ວ ທຶນເຂົ້າຮ່ວມແລກປ່ຽນ ເຮັດກິດຈະກໍາ ຮ່ວມກັບນັກສຶກສາ ຈາກ11 ສະຖາບັນ ມະຫາວິທະຍາໄລ ທີ່ມີຊື່ສຽງ ຂອງປະເທດ ຢີ່ປຸ່ນ (Diversity Voyage Program) ທີ່ນະຄອນຫຼວງວຽງຈັນ ແລະ ແຂວງວຽງຈັນ
– ຖ້າທ່ານ ເປັນນັກຮຽນ ມະຫາວິທະຍາໄລ ຫຼື ວິທະຍາໄລ ແຕ່ປີທີ່ 1 ຫາ ປີ ທີ່ 3 ໃນທົ່ວປະເທດ
– ຖ້າທ່ານ ມີຄວາມສົນໃຈ ໃນການແລກປ່ຽນວັດທະນາທໍາ ແລະ ສ້າງມິດຕະພາບໃໜ່ ກັບນັກສຶກສາຢິ່ປຸ່ນ
– ຖ້າທ່ານມີຄວາມສົນໃຈ ທາງດ້ານວັດທະນາທໍາ, ການທ່ອງທ່ຽວແບບອະນຸລັກ
 ແລະ ການພັດທະນາ ແບບຢືນຢົງ
– ຖ້າທ່ານ ມີິຄວາມສາມາດສື່ສານ ພາສາອັງກິດ ຫຼື ພາສາຢີ່ປຸ່ນ ໄດ້ໃນລະດັບດີ
ຜູ້ສະຫມັກ 12 ຄົນ ທີ່ຜ່ານການຄັດເລືອກ ຈະໄດ້ຮ່ວມເຮັດກິດຈະກໍາ ກັບນັກຮຽນຢີ່ປຸ່ນ ໂດຍບໍ່ໄດ້ເສຍຄ່າໃຊ້ຈ່າຍໃດໆ ແລະ ຈະໄດ້ຮັບໃບປະກາດຢັ້ງຢືນ ການເຂົ້າຮ່ວມນໍາອີກດ້ວຍ ພາສາທີ່ໃຊ້ ແມ່ນ ພາສາອັງກິດ ໃນຊ່ວງການເຮັດກິດຈະກໍາ
ປິດຮັບສະຫມັກ ວັນຈັນ ທີ່: 19/02/2018 ສະຫມັກອອນລາຍ ໄດ້ທີ່ ເວັບໄຊທ໌ ຕໍ່ໄປນີ້: http://bit.ly/dv-vientiane08

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...