spot_img
Homeເພງລາວສະໄໝ"ຮັກຄືເກົ່າ" ເພງມ່ວນ MV ຊຶ້ງ ຜົນງານເພງໃໝ່ຂອງ ຕົ້ນ ອານິລຸດ

“ຮັກຄືເກົ່າ” ເພງມ່ວນ MV ຊຶ້ງ ຜົນງານເພງໃໝ່ຂອງ ຕົ້ນ ອານິລຸດ

Published on

ດົນແລ້ວທີ່ເຮົາບໍ່ໄດ້ຍິນຜົນງານເພງຂອງສີລະປິນໜຸ່ມສຽງຂັ້ນເທບ ຢ່າງ ຕົ້ນ ອານິລຸດ ເຈົ້າຂອງຜົນງານເພງດັງໃນເມື່ອກ່ອນຢ່າງ ເພງ ຮອຍຮັກ, ເພງ ເພາະສັກສີ ແລະ ອີກຫຼາຍໆຜົນງານເພງ ຫຼັງຈາກທີ່ລາວໄດ້ຫ່າງຫາຍຈາກວົງການເພງລາວໄປດົນເປັນເວລາເຖິງ 4 ປີ ແລະ ຕອນນີ້ ຕົ້ນ ອານິລຸດ ກໍ່ໄດ້ກັບມາກັບຜົນງານເພງໃໝ່ ເພງທີ່ມີຊື່ວ່າ “ຮັກຄືເກົ່າ” ເຊິ່ງເປັນເພງທີ່ແຕ່ງຈາກສີລະປິນຊື່ດັງຂອງເມືອງລາວ ຕີ ອຸດາໄລ ນຸສີຫາລາດ ນັ້ນເອງ ຟັງແຕ່ຊື່ຜູ້ແຕ່ງເພງ ກັບ ນັກຮ້ອງເພງນີ້ກໍ່ໝັ້ນໃຈຢູ່ແລ້ວວ່າຄຸນນະພາບຄັບເພງແນ່ນອນ.

ໃນຊ່ວງແນະນຳເພງໃໝ່ ກັບ ລາວໂພສຕ໌ ມື້ນີ້ແອັດມິນກໍ່ບໍ່ພາດທີ່ຈະມາອັບເດດກ່ຽວກັບຜົນງານເພງໃໝ່ຂອງ ຕົ້ນ ອານິລຸດ ໃຫ້ແຟນເພສໄດ້ຟັງນຳກັນ ຕ້ອງຂໍບອກເລີຍວ່າເນື້ອໃນຂອງເພງມີຄວາມໝາຍເລິກຊຶ້ງ, MV ເພງກໍ່ຊຶ້ງໆ ຢາກໃຫ້ທຸກຄົນໄດ້ລອງເບິ່ງ ລອງຟັງນຳກັນ ເຊິ່ງທ່ານສາມາດຫາຟັງໄດ້ທີ່ ເພສຂອງລາວໂພສຕ໌ ຫຼື ຟັງທີ່ youtube.

ຖ້າໃຜທີ່ເປັນແຟນເພງຂອງ ຕົ້ນ ອານິລຸດ ກໍ່ສາມາດຕິດຕາມຜົນງານເພງຂອງເພິ່ນໄດ້

ຕິດຕາມເລື່ອງດີດີ ບັນເທີງລາວ Lao Entertenment ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...