spot_img
Homeຂ່າວການພັດທະນາຮອງ​ນາຍົກລົງເຄື່ອນໄຫວຊຸກຍູ້​ການ​ພັດທະນາ​ເສດຖະກິດ-ສັງຄົມ ທີ່​ແຂວງ​ເຊ​ກອງ

ຮອງ​ນາຍົກລົງເຄື່ອນໄຫວຊຸກຍູ້​ການ​ພັດທະນາ​ເສດຖະກິດ-ສັງຄົມ ທີ່​ແຂວງ​ເຊ​ກອງ

Published on

ໃນ​ວັນ​ທີ 24 ມິຖຸນາ 2017 ທ່ານ ສອນ​​ໄຊ ສີ​ພັນ​ດອນ ຮອງ​ນາຍົກລັດຖະມົນຕີ ພ້ອມ​ດ້ວຍ​ຄະນະ ​ໄດ້​ເດີນທາງ​ໄປ​ເຄື່ອນ​ໄຫວ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ ຢູ່​ແຂວງ​ເຊ​ກອງ ​ໂດຍມີ ທ່ານ ຄຳເຜີຍ ບຸດດາວຽງ ເຈົ້າແຂວງໆເຊກອງ ພ້ອມດ້ວຍທ່ານຮອງເຈົ້າແຂວງ, ຄະນະພັກ-ຄະນະນຳແຂວງ ແລະ ພະແນກການທີ່ກ່ຽວຂ້ອງ ໃຫ້ການຕ້ອນຮັບ ຢ່າງອົບອຸ່ນ.

​ໃນການໄປຢ້ຽມຢາມຄັ້ງນີ້, ທ່ານ ຄຳເຜີຍ ບຸດດາວຽງ ​ໄດ້​ລາຍ​ງານ​ໃຫ້​ຊາບ​ກ່ຽວກັບ ສະພາບ​ການຈັດຕັ້ງປະຕິບັດ ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ 6 ​ເດືອນ ຕົ້ນປີ 2017 ​ເຊິ່ງ​ເຫັນ​ວ່າ ​ແຂວງ​ເຊ​ກອງ ສືບຕໍ່ມີ​ສະຖຽນລະ​ພາບ​ທາງ​ດ້ານ​ການ​ເມືອງ​ ຢ່າງໜັກ​ແໜ້ນ, ສັງຄົມມີຄວາມສະຫງົບ-ມີຄວາມເປັນລະບຽບຮຽບຮ້ອຍ, ເສດຖະກິດ ມີການຫຍາຍຕົວຢ່າງຕໍ່ເນື່ອງ ໃນລະດັບ 9,1%, ລວມຍອດຜະລິດຕະພັນ (GDP) ບັນລຸ 1.500 ກວ່າ​ຕື້ກີບ, ສະ​ເລ່ຍລາຍ​ຮັບ 13,2 ລ້ານ​ກີບ​ຕໍ່ຄົນ​ຕໍ່ປີ, ສາມາດ​ເກັບ​ລາຍ​ຮັບ​ເຂົ້າງົບປະມານ ​ໃນ​ພູດ​ຂອງ​ແຂວງ ບັນລຸ 22,2 ກວ່າ​ຕື້ກີບ ​ເທົ່າ​ກັບ 32,2% ຂອງ​ແຜນການ ທຽບ​ໃສ່​ໄລຍະ​ດຽວກັນ​ຂອງ​ປີຜ່ານມາ ​ເພີ່ມ​ຂຶ້ນ 6,35%; ດ້ານ​ການ​ລົງທຶນ ມີ​ທັງໝົດ 286 ​ໂຄງການ ປະຕິບັດ​ສຳ​ເລັດ 100% ມີ 118 ​ໂຄງການ; ສຳລັບ​ການປູກ-ການ​ລ້ຽງ ​ແລະ ການ​ຜະລິດ​ກະສິກຳ​ເປັນ​ສິນຄ້າ ​ແມ່ນ​ມີ​ລັກສະນະ​ຂະຫຍາຍຕົວ​ຢ່າງ​ກວ້າງຂວາງ ​ແລະ ​ເພີ່ມ​ຂຶ້ນ ພົ້ນ​ເດັ່ນ​ແມ່ນ​ການ​ປູກໜໍ່​ໄມ້ ​ແລະ ກ້ວຍ ຢູ່​ເມືອງ​ລະ​ມາ​ມ, ທ່າ​ແຕງ ​ແລະ ​ເມືອງ​ກະລຶມ ​ໃນ​ເນື້ອທີ່ 100 ກວ່າ​ເຮັກຕາ ​ແລະ ຈະ​ຂະຫຍາຍ​ໃຫ້​ໄດ້ອີກ 200 ​ເຮັກຕາ ​ໂດຍ​ການ​ເຮັດ​ສັນຍາ​ຜູກ​ພັນ​ກັບ​ກຸ່ມ​ບໍລິສັດ ພອນ​ສັກ; ດ້ານ​ການ​ພັດທະນາ​ຊົນນະບົດ ​ແມ່ນ​ມີ​ຄາດໝາຍສູ້​ຊົນ​ເຮັດ​ໃຫ້​ອັດ​ຕາ​ຄອບຄົວ​ທຸກ​ຍາກຫຼຸດລົງ​ເຫຼືອ 9% ​ໂດຍ​ສຸມ​ໃສ່​ປະຕິບັດ 4 ​ແຜນ​ງານ​ໃຫຍ່​ທີ່​ເປັນ​ບູລິ​ມະ​ສິດ ຄື: ​ແຜນ​ງານ​ພັດທະນາ​ຊົນນະບົດ ​ແລະ ​ແກ້​ໄຂ​ຄວາມທຸກ​ຍາກ, ​ແຜນ​ງານ​ຍົກ​ສະມັດ​ຕະພາບ, ຄຸນ​ນະພາ​ບການ​ຜະລິດ ຕິດ​ພັນ​ກັບ​ການ​ຜະລິດ​ເປັນ​ສິນຄ້າ, ​ແຜນ​ງານ​ສົ່ງ​ເສີມ ​ແລະ ພັດທະນາ​ການທ່ອງທ່ຽວ ​ແລະ ​ແຜນ​ງານ​ປັບປຸງ-ພັດທະນາ​ພື້ນຖານ​ໂຄງ​ລ່າງ ອັນ​ຈຳ​ເປັນ.

​​ໂອກາດ​ນີ້, ທ່ານ​ຮອງ​ນາຍົກລັດຖະມົນຕີ ກໍ່​ໄດ້​ສະ​ແດງ​ຄວາມ​ຍ້ອງຍໍ​ຊົມ​ເຊີຍ ຕໍ່ບັນດາ​ຜົນງານ ທີ່​ອຳນາດ​ການ​ປົກຄອງ​ແຂວງ ​ແລະ ພໍ່​ແມ່​ປະຊາຊົນ​ຊາວ​ແຂວງ​ເຊ​ກອງ​ ຍາດ​ມາ​ໄດ້ ​ໃນ​ໄລຍະ​ເຄິ່ງປີ​ທີ່​ຜ່ານ​ມາ. ພ້ອມ​ນີ້, ທ່ານ​ຍັງ​ໄດ້​ເນັ້ນ​ຕື່ມ​ບາງ​ບັນຫາ ທີ່​ຈະ​ຕ້ອງ​ໄດ້​ເອົາ​ໃຈ​ໃສ່ ​ເປັນຕົ້ນ ​ເອົາ​ໃຈ​ໃສ່​ເກັບ​ລາຍ​ຮັບ​ງົບປະມານ​​ໃຫ້​ໄດ້​ຕາມ​ຄາດໝາຍ ທີ່​ສະພາ​ແຫ່ງ​ຊາດ​ໄດ້​ຮັບຮອງ, ກວດກາ​ຄືນ​ຖານ​ລາຍ​ຮັບ​ຕົວ​ຈິງ, ມີ​ຄວາມ​ໂປ່​ງ​ໃສ ​ແລະ ອັດ​ຕັນ​ບໍ່​ໃຫ້​ມີ​ການ​ຮົ່ວ​ໄຫຼ, ​ເອົາ​ໃຈ​ໃສ່​ຊຸກຍູ້​ການ​ຜະລິດ​ລະດູ​ຝົນ ​ໂດຍ​ສະ​ເພາະ ການ​ເຝົ້າລະວັງ​ໄພພິບັດ ​ແລະ ການລະບາດ​ຕາມ​ລະດູ​ການ ​ເພື່ອ​ປ້ອງ​ກັນ​ຜົນ​ກະທົບ​ທີ່​ຈະ​ເກີດ​ຂຶ້ນ, ພ້ອມ​ກັນ​ຄົ້ນຄວ້າ​ຕື່ມ​ ດ້ານ​ການ​ພັດທະນາ​ເສດຖະກິດ ​ທັງ​ໃນ​ເຂດ​ຕົວ​ເມືອງ ​ແລະ ​ເຂດ​ຊົນນະບົດ, ບັນດາ​ທ່າ​ແຮງ​ບົ່ມ​ຊ້ອນ ​ແລະ ຕະຫຼາດຮອງ​ຮັບ ​ເພື່ອ​ເປັນ​ຍູ້​ການ​ຜະລິດ​ເປັນ​ສິນຄ້າ ​ໃຫ້​ມີ​ຄວາມ​ເຂັ້ມ​ແຂງ ​ສ້າງ​ລາຍ​ຮັບ​ຕົວ​ຈິງ​ແກ່​ປະຊາຊົນ ​ແລະ ​ສຸມ​ໃສ່​ການຈັດຕັ້ງປະຕິບັດເປົ້າໝາຍການ​ພັດທະນາ​ແບບ​ຍືນ​ຍົງ(SDGs) ​ໃຫ້​ປະກົດ​ຜົນ​ເປັນຈິງ.

ແຫລ່ງຂ່າວ: ສຳນກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ເຫດປະທ້ວງທີ່ຕີມໍເລສເຕ ນັກສຶກສາກວ່າ 2.000 ຄົນ ເຂົ້າປະທ້ວງລັດຖະບານ ຫຼັງອະນຸມັດແຜນການຈັດຊື້ລົດຫຼູລາຄາແພງ

ໃນວັນທີ 17/09/2025 ທີ່ຜ່ານມາ, ຈາກສຳນັກຂ່າວຈາກປະເທດຕີມໍ ເລສເຕ ລານງານວ່າ ມີເຫດການປະທ້ວງຈາກປະຊາຊົນຫຼາຍກວ່າ 2.000 ຄົນ ໃນນະຄອນຫຼວງດິລີ ປະເທດຕີມໍ ເລສເຕ, ໃນນັ້ນສ່ວນຫຼາຍແມ່ນນັກສຶກສາ ທັງໝົດມາເພື່ອປະທ້ວງແຜນການທີ່ໄດ້ຮັບອະນຸມັດເມື່ືອປີກ່ອນ...

ຂຶ້ນຄ່າແຮງງານຂັ້ນຕໍ່າ ໃຫ້ແກ່ແຮງງານໃນອຸດສາຫະກຳຕັດຫຍິບຂອງກໍາປູເຈຍ ປັບຂຶ້ນຈາກ 208 ໂດລາ ເປັນ 210 ໂດລາ ຕໍ່ເດືອນ

ປະກາດ​ໃນ​ວັນ​ທີ 17 ກັນຍາ ຜ່ານມາ​ວ່າ, ທ່ານ ຮຸນ ມາເນດ ນາຍົກລັດຖະມົນຕີ ກຳປູເຈຍ ໄດ້​ກຳນົດ​ຄ່າ​ແຮງງານ​ຂັ້ນ​ຕ່ຳ​ຕໍ່​ເດືອນ​ໃໝ່​ໃຫ້​ແກ່​ອຸດສາຫະກຳ​ຕັດຫຍິບ, ເກີບ ແລະ ສິນຄ້າ​ສຳລັບການເດີນທາງ ​ເປັນ...

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...