spot_img
Homeຂ່າວທ້ອງຖິ່ນຮອງເຈົ້າແຂວງຊຽງຂວາງ ລົງກວດກາໂຄງການປູກຊາ ບ້ານຍວນທອງ

ຮອງເຈົ້າແຂວງຊຽງຂວາງ ລົງກວດກາໂຄງການປູກຊາ ບ້ານຍວນທອງ

Published on

ຂປລ. ວັນທີ 27 ກໍລະກົດນີ້, ທ່ານ ຄຳປາວ ມົວ ຮອງເຈົ້າແຂວງຊຽງຂວາງ ພ້ອມດ້ວຍຄະນະ ໄດ້ລົງກວດກາໂຄງການຊ່ວຍເຫລືອລ້າຂອງ ແຂວງຕວຽນກວາງ ສສ ຫວຽດນາມ ໃນການທົດລອງສາທິດປູກຊາ ຢູ່ບ້ານ ຍວນທອງ ເມືອງແປກ ແຂວງໆຊຽງຂວາງ.

​ໂຄງການ​ດັ່ງກ່າວ, ​ໄດ້ເລີ່ມທົດລອງມາແຕ່ເດືອນພຶດສະພາ 2015, ມາຮອດປັດຈຸບັນ ປູກໄດ້ແລ້ວ 74.000 ເບ້ຍ ໃນເນື້ອທີ່ 2 ເຮັກຕາ, ມີ 4 ສາຍພັນ ຄື: PH8, PH11, LDP1, LDP2, ​ໂດຍມີປະຊາຊົນ 5 ຄອບຄົວປູກຊາ ໃນການທົດລອງ ​ໂດຍ​ຈະ​ສ້າງເປັນຕົວແບບໃນການປູກຊາ ໃນຕໍ່ໜ້າຢູ່ເມືອງແປກ. ປັດຈຸບັນ ແຂວງຕວຽນກວາງ ໄດ້ນຳເອົາວັດສະດຸອຸປະກອນການຜະລິດຊາ ມາເຖິງບ້ານຍວນທອງ ເພື່ອຈະເລີ່ມທົດລອງການຜະລິດ, ສ່ວນແຂວງຊຽງຂວາງ ຈະສົມທົບຊ່ວຍສ້າງເຮືອນຜະລິດຊາ ເຊິ່ງຜົນຜະລິດແມ່ນ ສສ ຫວຽດນາມ ຈະເກັບຊື້.

ໃນ​ໂອກາດ​ນີ້, ທ່ານ​ຮອງ​ເຈົ້າ​ແຂວງ ​ໄດ້ເນັ້ນໜັກໃຫ້ປະຊາຊົນ ຈົ່ງເພີ່ມຄວາມຫ້າວຫັນ, ດຸໝັ່ນເອົາໃຈໃສ່ ຕໍ່ກັບການປູກຊາ, ປະຕິບັດຕາມການແນະນຳຂອງຊ່ຽວຊານ, ບົວລະບັດຮັກສາ, ຂະຫຍາຍສວນຊາໃຫ້ຫລາຍ, ຖ້າ​ການ​ທົດ​ລອງ​ດັ່ງກ່າວ​ປະສົບ​ຜົນສຳ​ເລັດ ​ແມ່ນຈະຂະຫຍາຍໄປເມືອງຕ່າງໆ ທີ່ເຫັນວ່າເໝາະສົມ ​ເພື່ອເປັນການຫລຸດຜ່ອນການ ຖ່າງໄຮ່ແບບເລື່ອນລອຍ, ​ໃຫ້​ປະຊາຊົນ​ຫັນປູກຊາ ​ເຊິ່ງຈະສາມາດ ສ້າງລາຍຮັບເຂົ້າຄອບຄົວ ເພື່ອຫລຸດຜ່ອນຄວາມທຸກຍາກໄປເທື່ອລະກ້າວ.

 

ແຫລ່ງຂ່າວ:

ຂປລ

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...