spot_img
Homeຂ່າວຕ່າງປະເທດຮອງຜູ້ນໍາຂອງກຸ່ມຕາລີບານບໍ່ພໍໃຈຕໍ່ກັບໂຄງສ້າງຂອງລັດຖະບານຊົ່ວຄາວ

ຮອງຜູ້ນໍາຂອງກຸ່ມຕາລີບານບໍ່ພໍໃຈຕໍ່ກັບໂຄງສ້າງຂອງລັດຖະບານຊົ່ວຄາວ

Published on

ເວັບໄຊ້ Thairath ໄດ້ລາຍງານວ່າ: ໃນວັນທີ 15 ກັນຍາ 2021 ທີ່ຜ່ານມາໄດ້ມີຂ່າວວ່າຮອງຜູ້ນໍາຂອງຕາລີບານ ແລະ ເປັນຮອງນາຍົກລັດຖະມົນຕີຄົນໃໝ່ຂອງອັພການິດສະຖານເກີດມີຄວາມຂັດແຍ້ງກັບສະມາຊິກຄະນະລັດຖະມົນຕີຄົນອື່ນໆຢ່າງຮຸນແຮງທີ່ສໍານັກງານປະທານາທິບໍດີກ່ຽວກັບໂຄງສ້າງຂອງລັດຖະບານຊົ່ວຄາວ.

ຫຼັງຈາກເກີດເຫດການໂຕ້ຖຽງກັນດັ່ງກ່າວ ຮອງຜູ້ນໍາຕາລີບານຄົນນັ້ນກໍໄດ້ຫາຍໂຕໄປ ເຊິ່ງມີຄົນບອກວ່າລາວໄດ້ໜີອອກຈາກຸງຄາບູ ມຸ່ງໜ້າໄປເມືອງກັນດາຮາ ເຊິ່ງເປັນເມືອງໃຫຍ່ອັນດັບທີ 2 ຂອງອັພການິດສະຖານທີ່ຕັ້ງຢູ່ທາງພາກໃຕ້ຂອງປະເທດ.

ທາງດ້ານເຈົ້າໜ້າທີ່ອາວຸໂສຂອງຕາລີບານໄດ້ຢືນຢັນວ່າເກີດມີການຂັດແຍ້ງກັນຢ່າງແທ້ຈິງເມື່ອອາທິດກ່ອນ ໂດຍຄວາມຂັດແຍ່ງດັ່ງກ່າວເກີດຂຶ້ນຈາກສາເຫດທີ່ຮອງຜູ້ນໍາຂອງຕາລີບານບໍ່ພໍໃຈໃນໂຄງສ້າງຂອງລັດຖະບານຊົ່ວຄາວ. ນອກຈາກນັ້ນ, ຍັງມີຄວາມເຫັນຕ່າງກັນໃນເລື່ອງອື່ນອີກເຊັ່ນ: ໃຜຈະເປັນຜູ້ຮັບຄຸນງາມຄວາມດີໃນໄຊຊະນະຂອງຕາລີບັນໃນຄັ້ງນີ້ ຈຶ່ງເຮັດໃຫ້ເກີດມີການຂັດແຍ່ງດັ່ງກ່າວເກີດຂຶ້ນໃນກອງປະຊຸມ.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...