spot_img
Homeຂ່າວເຫດການຮອງປະທານປະເທດ ຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ

ຮອງປະທານປະເທດ ຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ

Published on

bounyung

ຂປລ. ​ໂດຍ​ຕອບ​ສະໜອງ ​ຕາມ​ຄຳ​ເຊີນ​ຂອງ ທ່ານ​ນາງ ຫງວຽນ ທິ ຢວານ, ຮອງ​ປະທານ​ປະ​ເທດ ​ແຫ່ງ ສາທາລະນະ​ລັດ ສັງຄົມ​ນິຍົມ ຫວຽດນາ​ມ ທ່ານ ບຸນ​ຍັງ ວໍລະ​ຈິດ ຮອງ​ປະທານ​ປະ​ເທດ ​ແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາ​ຊົນລາວ ພ້ອມ​ດ້ວຍ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ໄດ້​ເດີນທາງ​ໄປ​ຢ້ຽມຢາມ​ ຢ່າງ​ເປັນ​ທາງ​ການ ຢູ່ ສາທາລະນະ​ລັດ ສັງຄົມ​ນິຍົມ ຫວຽດນາ​ມ ​ແຕ່​ວັນ​ທີ 6-8 ກໍລະກົດ 2015. ​ເພື່ອ​ສຶບຕໍ່ເພີ່ມ​ທະວີ ຮັດ​ແໜ້ນສາຍ​ພົວ ພັນ​ມິດຕະພາບ, ຄວາມ​ສາມັກຄີ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ລະຫວ່າງ ສອງ​ພັກ-ລັດ ​ແລະ ປະຊາຊົນ​ສອງ​ຊາດ​ ລາວ-ຫວຽດນາມ ​ອ້າຍ​ນ້ອງ​ທີ່​ມີ​ມູນ​ເຊື້ອ​ ມາ​ແຕ່​ບູຮານ​ນະ​ການ ​ໃຫ້​ນັບ​ມື້​ມີ​ຄວາມ​ແໜ້ນ​ແຟ້ນ ຈະ​ເລີ​ນງອກ​ງາມ ​ແລະ ​ແຕກດອກ​ອອກ​ຜົນ​ຍິ່ງໆ​ຂຶ້ນ.

ພິທີ ​ສົ່ງ​ຮອງ​ປະທານ​ປະ​ເທດ ພ້ອມ​ຄະນະ ໄດ້​ຈັດ​ຂຶ້ນ​ໃນ​ຕອນ​ບ່າຍ​ຂອງ​ວັນ​ທີ 6 ກໍ​ລະ​ກົດ 2015 ຢູ່​ສະໜາມບິນ​ສາກົນວັດ​ໄຕ ນະຄອນຫລວງ​ວຽງ​ຈັນ ​ໂດຍ​ການ​ເຂົ້າ​ຮ່ວມ​ ຂອງ​ທ່ານ ​​ເຈີ​ ຍີ່​ວ່າງ ຮອງ​ຫົວໜ້າ ​ຫ້ອງ​ວ່າການ​​ປະທານ​ປະ​ເທດ ​ພ້ອມ​ຄະນະ ​ແລະ ທ່ານ ຮ່ວາງ ​ຊວນ ​ຫາຍ (Hoay Xuan Hai) ອຸປະ​ທູດ ສາທາລະນະ​ລັດ ສັງຄົມ​ນິຍົມ ຫວຽດນາ​ມ ປະຈຳ ​ສປປ ລາວ​ ພ້ອມ​ຄະນະ.

 

ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ

 

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...