ຮອງນາຍົກ ທອງລຸນ ສີສຸລິດ ລົງພົບປະໂອ້ລົມພະນັກງານການນຳແຂວງວຽງຈັນ

 

ໃນວັນທີ 9 ກັນຍານີ້ ຢູ່ຫ້ອງວ່າການແຂວງວຽງຈັນ ທ່ານ ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ

ວ່າການກະຊວງການຕ່າງປະເທດ ໄດ້ໃຫ້ກຽດພົບປະໂອ້ລົມພະນັກງານການນຳ, ພະນັກງານຫລັກແຫລ່ງ, ທະຫານ

– ຕຳຫລວດ ແຂວງວຽງຈັນ ໂດຍມີຜູ້ເຂົ້າ ຮ່ວມ 200 ກວ່າຄົນ.

 

ໃນໂອກາດດັ່ງກ່າວ ຮອງນາຍົກ ໄດ້ຮັບຟັງການລາຍງານສະພາບການພັດທະນາເສດຖະກິດ- ສັງຄົມ ຈາກເຈົ້າ

ແຂວງວຽງຈັນ ໂດຍຫຍໍ້ວ່າ: ແຂວງສາມາດຮັບປະກັນສະຖຽນລະພາບທາງການເມືອງ, ສັງຄົມມີຄວາມສະຫງົບ

ປອດໄພ, ເສດຖະກິດມີການພັດທະນາ, ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນເທື່ອລະກ້າວ. ປັດຈຸບັນ ໄດ້ສຳເລັດ

ການອອກແບບຕົວເມືອງໃໝ່ ແລະ ພວມສຸມໃສ່ກໍ່ສ້າງໂຄງລ່າງພື້ນຖານຕຶກອາຄານ ແລະ ຖະໜົນຫົນທາງ

ເພື່ອເຮັດໃຫ້ແຂວງມີໃບໜ້າອັນໃໝ່ ສາມາດດຶງດູດນັກທ່ອງທ່ຽວ, ດຶງດູດການລົງທຶນຈາກພາຍໃນ ແລະ ຕ່າງ

ປະເທດ ໃຫ້ຫລາຍຂຶ້ນເພື່ອສາມາດຫລຸດພົ້ນອອກຈາກຄວາມດ້ອຍພັດທະນາໄດ້.

 

ໃນໂອກາດອັນສຳຄັນນີ້, ຮອງນາຍົກກໍໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດທີ່ແຂວງຍາດມາໄດ້ ແລະ ທ່ານ

ໄດ້ແຈ້ງສະພາບການພົ້ນເດັ່ນຂອງພາກພື້ນ ແລະ ສາກົນທີ່ພວມເຄັ່ງຮ້ອນຈຳນວນໜຶ່ງ ທີ່ສົ່ງຜົນກະທົບຕໍ່ຄວາມ

ໝັ້ນຄົງ ແລະການພັດທະນາ ຂອງ ສປປ ລາວເຮົາໂດຍກົງ ເພື່ອໃຫ້ກຳໄດ້ທາດແທ້ຂອງບັນຫາ ແລະ ມີຄວາມ

ເປັນເອກະພາບກັນກ່ຽວກັບບັນຫາຕ່າງໆ. ຮອງນາຍົກ ຍັງໄດ້ເນັ້ນເຖິງການກະກຽມຄວາມພ້ອມ ເພື່ອເຂົ້າເປັນ

ປະຊາຄົມເສດຖະກິດອາຊຽນ ໃນປີ 2015 ເຊິ່ງຈະຊ່ວຍເປີດໂອກາດອັນດີໃຫ້ແກ່ ສປປ ລາວ ໃນການມີບົດບາດ

ສຳຄັນ ໃນເວທີສາກົນຫລາຍຂຶ້ນ ລວມທັງການສ້າງຄວາມໝັ້ນໃຈໃຫ້ແກ່ນັກລົງທຶນຕ່າງປະເທດ ໃນການລວມ

ກຸ່ມທາງເສດຖະກິດຂອງອາຊຽນ ຈະເຮັດໃຫ້ມີຄວາມເຂັ້ມແຂງໃນການຈຳກັດອຸປະສັກທາງການຄ້າ, ການລົງທຶນ

ແລະ ມີໂຄງສ້າງພື້ນຖານທີ່ຈຳເປັນ ເພື່ອສະໜັບສະໜູນການເປີດເສລີການຄ້າ ທີ່ນຳໄປສູ່ການພັດທະນາ ແລະ

ມີສະຖຽນລະພາບທາງເສດຖະກິດຂອງອາຊຽນ ກໍຄື ສປປ ລາວ ເຊິ່ງທັງໝົດນັ້ນຈະນຳເອົາເສດຖະກິດຂອງ ສປປ

ລາວ ເຊື່ອມໂຍງກັບພາກພື້ນ ແລະ ສາກົນເທື່ອລະກ້າວ, ທັງເປັນການດຶງດູດການລົງທຶນຂອງຕ່າງປ ເທດ ແລະ

ນັກທ່ອງທ່ຽວເຂົ້າມາລາວໃຫ້ຫລາຍຂຶ້ນ.

 

ທ່ານຮອງນາຍົກ ເວົ້າວ່າ: ມາຮອດປັດຈຸບັນ ການກະກຽມຄວາມພ້ອມຂອງ ສປປ ລາວ ເຂົ້າເປັນປະຊາຄົມເສດຖະ

ກິດອາຊຽນ ໃນປີ 2015 ໂດຍອີງຕາມແຜນແມ່ບົດການສ້າງປະຊາຄົມເສດຖະກິດອາຊຽນ (AEC Blueprint) ສປປ

ລາວ ຈະຕ້ອງໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດບັນດາມາດຕະການຕ່າງໆຈຳນວນ 502 ລາຍການ, ປັດຈຸບັນສາມາດຈັດ

ຕັ້ງສຳເລັດແລ້ວ ຈຳນວນ 329 ລາຍການ, ພວມຈັດຕັ້ງປະຕິບັດ ຈຳນວນ 74 ລາຍການ ແລະ ຍັງເຫລືອ 99 ລາຍການ

ທີ່ປະເທດເຮົາຈະຕ້ອງໄດ້ສືບຕໍ່ຈັດຕັ້ງປະຕິບັດບັນດາມາດຕະການຕ່າງໆທີ່ຍັງເຫລືອ ໃຫ້ສຳເລັດພາຍໃນປີ 2015

ແລະ ເພື່ອຮັບມືກັບສິ່ງທ້າທາຍໃນການກ້າວເຂົ້າປະຊາຄົມເສດຖະກິດອາຊຽນ ໃນ ປີ 2015 ສປປ ລາວ ຕ້ອງສຸມໃສ່

ປະຕິບັດ 5 ໜ້າວຽກຕົ້ນຕໍຄື

 

1. ຈັດຕັ້ງເຜີຍແຜ່ໃຫ້ບັນດາກະຊວງ, ຂະແໜງການ, ແຂວງ, ນະຄອນ ຫລວງ, ບັນດາສະຖາບັນການ ສຶກສາ, ຈັດ

ການສຳມະນາຮ່ວມກັບພາກທຸລະກິດ ແລະ ໂຄສະນາ ເຜີຍແຜ່ຜ່ານ ສື່ຕ່າງໆ.

2. ສ້າງກົນ ໄກ ແລະ ປັບປຸງລະບົບປະສານງານ ລະຫວ່າງຂະແໜງການ ແລະ ທ້ອງຖິ່ນ.

3. ຄົ້ນຄວ້າໂຄງການຜະລິດສິນຄ້າ, ລາຍການສິນຄ້າ ແລະ ລະບົບການບໍລິການ ທີ່ຕິດພັນກັບທ່າແຮງຂອງປະເທດ

ເຮົາ ເພື່ອສາມາດຄ້າຂາຍ ແລະ ແຂ່ງຂັນໃນຕະຫລາດອາຊຽນ.

4. ບູລະນະນິຕິກຳ ແລະ ລະບຽບການຕ່າງໆ ສຳລັບການສ້າງຕັ້ງ ແລະ ດຳເນີນທຸລະກິດ ເພື່ອໃຫ້ພາກທຸລະກິດປັບປຸງ

ໂຕເອງ ແລະ ເພີ່ມຄວາມສາມາດໃນການແຂ່ງຂັນ.

5. ສືບຕໍ່ຍົກລະດັບຄວາມຮູ້ຂອງບຸກຄະລາກອນ ແລະ ພັດທະນາຊັບພະຍາກອນມະນຸດໃຫ້ມີຄວາມຮູ້ຄວາມສາມາດ

ເທົ່າທຽມກັບບັນດາປະເທດສະມາຊິກອາຊຽນ.

 

ໃນຕອນທ້າຍຂອງກອງປະຊຸມ, ທ່ານຮອງນາຍົກ ຍັງໄດ້ເນັ້ນໃຫ້ບັນດາການນຳ ແລະ ພະນັກງານທຸກທົ່ວໜ້າຈົ່ງເຊີດ

ຊູຄວາມຮັບຜິດຊອບ ແລະ ມີສະຕິຕື່ນຕົວສະດຸ້ງໄວຕໍ່ເຫດການ ໃນທ່າມກາງສະພາບສາກົນທີ່ພວມຜັນແປຢ່າງໄວວາ

ແລະ ສັບສົນ ເພື່ອສືບຕໍ່ກຽມຄວາມພ້ອມຂອງບັນດາຂະແໜງການພວກເຮົາ; ຕ້ອງເພີ່ມທະວີການເຜີຍແຜ່ສິ່ງທີ່

ຄວນຮູ້ ເພື່ອຄວາມເຂົ້າໃຈໃຫ້ພາກທຸລະກິດ ແລະ ປະຊາຊົນທົ່ວໄປ ເຫັນໄດ້ກ່ຽວກັບການສ້າງປະຊາຄົມເສດຖະກິດ

ອາຊຽນ, ຮູ້ເຖິງກາລະໂອກາດ ແລະ ສິ່ງທ້າທາຍຕ່າງໆ; ແຂວງຕ້ອງເອົາໃຈໃສ່ປັບປຸງພື້ນຖານໂຄງລ່າງ, ສ້າງສະພາບ

ແວດລ້ອມທີ່ອຳນວຍ, ປັບປຸງການບໍລິຫານລັດ ເພື່ອເພີ່ມທະວີການດຶງດູດການລົງທຶນ ແລະ ນັກທ່ອງທ່ຽວຈາກຕ່າງ

ປະເທດ; ແຂວງຄວນໃຊ້ທ່າແຮງບົ່ມຊ້ອນທີ່ແຂວງມີໃຫ້ເກີດຜົນປະ ໂຫຍດສູງສຸດ ເພື່ອຮອງຮັບການເຂົ້າເປັນປະຊາ

ຄົມເສດຖະກິດອາຊຽນ ໃນທ້າຍປີ 2015.

 

ແຫລ່ງຂ່າວ: ລາວພັດທະນາ