ຮປພ ຈີນຮັບໂອບາມາ ເຂັ້ມງວດ ຈົນຜິດກັນກັບ ຮປພ ສະຫະລັດ ໃນໂອກາດຮ່ວມປະຊຸມ G20

US President Barack Obama disembarks from Air Force One upon arrival at Hangzhou Xioshan International Airport in Hangzhou on September 3, 2016. World leaders are gathering in Hangzhou for the 11th G20 Leaders Summit from September 4 to 5. / AFP PHOTO / SAUL LOEB

ສຳນັກຂ່າວເອເອຟພີລາຍງານວ່າ ເກີດເຫດການບໍ່ຄາດຄິດຂຶ້ນ ເມື່ອປະທານາທິບໍດີບາຣັກ ໂອບາມາຂອງສະຫະລັດອາເມລິກາ ເດິນທາງເຖິງປະເທດຈີນ ເພື່ອເຂົ້າຮ່ວມໃນການປະຊຸມສຸດຍອດຜູ້ນຳກຸ່ມປະເທດເສດຖະກິດຂະໜາດໃຫຍ່ 20 ຊາດ ຫຼື G20 ເມື່ອວັນທີ 3 ກັນຍາ ວານນີ້ ທີ່ນັບເປັນການເດິນທາງຢ້ຽມຢາມຄັ້ງສຸດທ້າຍ ໃນຖານະຜູ້ນຳສະຫະລັດອາເມລິກາ ແຕ່ໂອກາດພິເສດນີ້ ພັດເກີດເຫດອັນບໍ່ຄາດຄິດຂຶ້ນຈາກການຕ້ອນຮັບທີ່ເຂັ້ມງວດຂອງເຈົ້າໜ້າທີ່ຈີນ.

ຂ່າວແຈ້ງວ່າ ທາງການຈີນໄດ້ໃຊ້ມາຕະການເຝົ້າລະວັງດ້ານຄວາມປອດໄພໃນລະດັບສູງສຸດສຳລັບການປະຊຸມ ຈີ20 ແລະບໍ່ມີການຍົກເວັນແມ່ນແຕ່ນາງຊູຊານ ໄຣຊ໌ ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດຂອງສະຫະລັດ ແລະກອງທັບສື່ຂອງທຳນຽບຂາວ ເມື່ອແອຟອດວັນ ເຮືອບິນປະຈຳຕຳແໜ່ງຂອງໂອບາມາ ລຸ້ນໂບອິ້ງ 747 ລົງຈອດທີ່ສະໜາມບິນໃນເມືອງຫາງໂຈວ ມົນທົນເຈີ້ຈຽງ.

ໂອບາມາເຖິງສະໜາມບິນ ເມືອງຫາງໂຈວ ສປຈີນ ເພື່ອເຂົ້າຮ່ວມກອງປະຊຸມ ຈີ20  AFP PHOTO / NICOLAS ASFOURI
ໂອບາມາເຖິງສະໜາມບິນ ເມືອງຫາງໂຈວ ສປຈີນ ເພື່ອເຂົ້າຮ່ວມກອງປະຊຸມ ຈີ20 AFP PHOTO / NICOLAS ASFOURI

ຕາມປົກກະຕິແລ້ວ ເມື່ອໂອບາມາເດິນທາງ ນັກຂ່າວທີ່ຕິດຕາມໄປນັ້ນຈະໄດ້ຮັບການຈັດໃຫ້ມາຢືນຖ້າຢູ່ບໍລິເວນກ້ອງປີກຂອງເຮືອບິນເພື່ອຖ່າຍຮູບຂະນະທີ່ໂອບາມາກ້າວຂາອອກຈາກເຮືອບິນ ແລະຍ່າງລົງຂັ້ນໄດມາ ແຕ່ວ່າເທື່ອນີ້ ທາງການຈີນໄດ້ເອົາເຊືອກສີຟ້າມາເນັ່ງຂັ້ນໄວ້ບໍ່ໃຫ້ຄະນະເຈົ້າໜ້າທີ່ສະຫະລັດເຂົ້າເຖິງໂຕໂອບາມາໄດ້ ແລະເຈົ້າໜ້າທີ່ຈີນຜູ້ໜຶ່ງໄດ້ຮ້ອງບອກໃຫ້ບັນດານັກຂ່າວຂອງສະຫະລັດອອກຈາກພື້ນທີ່ໄປ.

ເຈົ້າໜ້າທີ່ຍິງຂອງທຳນຽບຂາວຜູ້ໜຶ່ງຈຶ່ງຮ້ອງໄປໃສ່ເຈົ້າໜ້າທີ່ຈີນຄົນດັ່ງກ່າວວ່າ ນີ້ເປັນເຮືອບິນຂອງສະຫະລັດແລະຂອງປະທານາທິບໍດີສະຫະລັດ ແຕ່ເຈົ້າໜ້າທີ່ຈີນຄົນດັ່ງກ່າວກໍຮ້ອງເປັນພາສາອັງກິດມາໃສ່ຄືນວ່າ “ນີ້ຄືປະເທດຂອງເຮົາ ນີ້ຄືສະໜາມບິນຂອງເຮົາ…”.

ແລະເມື່ອ ນາງໄຣຊ໌ ກັບ ທ້າວ ໂຣດສ໌ ເຈົ້າໜ້າທີ່ທຳນຽບຂາວພະຍາຍາມຍົກເຊືອກທີ່ກັ້ນໄວ້ຂຶ້ນ ເພື່ອເຂົ້າໄປຫາໂອບາມາ ພັດຖືກເຈົ້າໜ້າທີ່ຈີນພະຍາຍາມເຂົ້າຂວາງທາງຈົນເກີດການຜິດຖຽງກັນ ກ່ອນທີ່ເຈົ້າໜ້າທີ່ໜ່ວຍອາລັກຂາປະທານາທິບໍດີສະຫະລັດຈະເຂົ້າມາພານາງໄຣຊ໌ອອກໄປ.

ຂ່າວ: ມະຕິຊົນ / ຮູບ: ເອເອຟພີ