spot_img
Homeຂ່າວການສຶກສາອົງການ Plan ສືບຕໍ່ຊ່ວຍເຫຼືອລາວ ດ້ານການສຶກສາ 2 ລ້ານກວ່າໂດລາ

ອົງການ Plan ສືບຕໍ່ຊ່ວຍເຫຼືອລາວ ດ້ານການສຶກສາ 2 ລ້ານກວ່າໂດລາ

Published on

ອົງການ Plan ສືບຕໍ່ຊ່ວຍເຫຼືອລາວ ດ້ານການສຶກສາ 2 ລ້ານກວ່າໂດລາ

 

ອົງການ Plan ສາກົນ ປະຈຳ ​ສປປ ລາວ ໄດ້​ສືບຕໍ່​ໃຫ້ການ​ຊ່ວຍເຫຼືອ​ລ້າ​ແກ່​ລັດຖະບານ​ລາວ ໃນ​ວຽກ​ງານ​ການ​ສຶກ​ສາ ລວມ​ເປັນ​ມູນ​ຄ່າ 2 ລ້ານ​ກວ່າ​ໂດ​ລາ​ສະຫະລັດ ຊຶ່ງ​ປະກອບ​ມີ​ໂຄງການ​ການ​ສຶກ​ສາ ແລະ ພັດທະນາ​ເດັກ​ກ່ອນ​ໄວ​ຮຽນ ໄລຍະ​ທີ II ທີ່​ແຂວງ​ບໍ່​ແກ້ວ ແລະ ໂຄງການ​ພັດທະນາ​ການ​ສຶກ​ສາ​ຂັ້ນ​ພື້ນຖານ​ທີ່​ແຂວງ​ອຸດົມ​ໄຊ.

ສຳລັບ​ໂຄງການ​ການ​ສຶກ​ສາ ແລະ ພັດທະນາ​ເດັກ​ກ່ອນ​ໄວ​ຮຽນ ໄລຍະ​ທີ II ທີ່​ຕັ້ງ​ຂອງ​ໂຄງການ​ແມ່ນ​ຢູ່​ເມືອງ​ຜ່າ​ອຸດົມ ເມືອງ​ປາກ​ທາ ແລະ ເມືອງ​ເມິງ ແຂວງ​ບໍ່​ແກ້ວ ໂຄງການ​ນີ້​ແມ່ນ​ສົ່ງເສີມ​ນະໂຍບາຍ​ດ້ານ​ການ​ດູ​ແລ ແລະ ພັດທະນາ​ເດັກ​ກ່ອນ​ໄວ​ຮຽນ ການ​ບໍລິການ ແລະ ການ​ຊ່ວຍເຫຼືອ​ເດັກ​ອາຍຸ​ແຕ່ 0-5 ປີ ໂດຍ​ສະເພາະ​ແມ່ນ​ເດັກ​ຍິງ ເດັກ​ດ້ອຍ​ໂອກາດ ທີ່ຢູ່​ເຂດ​ຫ່າງ​ໄກ​ສອກຫຼີກ ທຸກ​ຍາກ ຊົນເຜົ່າ ແລະ ພິການ ໃຫ້​ໄດ້​ຮັບ​ສິດ​ໃນ​ການ​ເຂົ້າ​ເຖິງ​ການ​ສຶກ​ສາ ແລະ ໄດ້​ຮັບ​ການ​ພັດທະນາ​ຢ່າງ​ເທົ່າ​ທຽມ​ກັນ ໂຄງການ​ນີ້​ມີ​ມູນ​ຄ່າ 1.264.002 ໂດ​ລາ​ສະຫະລັດ.

ໂຄງການ​ພັດທະນາ​ການ​ສຶກ​ສາ​ຂັ້ນ​ພື້ນຖານ ແມ່ນ​ຕັ້ງ​ຢູ່​ເມືອງ​ປາກ​ແບ່ງ ເມືອງ​ຮຸນ ແລະ ເມືອງ​ງາ ແຂວງ​ອຸດົມ​ໄຊ ໂຄງການ​ນີ້​ແມ່ນ​ເພີ່ມ​ການ​ເຂົ້າ​ເຖິງ​ການ​ສຶກ​ສາ​ຢ່າງ​ສະເໝີພາບ​ຂອງ​ເດັກ ແລະ ສົ່ງເສີມ​ໃຫ້​ຮຽນ​ຈົບ​ການ​ສຶກ​ສາກ່ອນ​ໄວ​ຮຽນ ແລະ ການ​ສຶກ​ສາ​ຊັ້ນ​ປະຖົມ​ທີ່​ມີ​ຄຸນ​ນະ​ພາບ​ໃນ​ບັນດາ​ໂຮງຮຽນ​ປະຖົມ​ສຶກ​ສາ 3 ເມືອງ​ເປົ້າ​ໝາຍ​ຂອງ​ແຂວງ​ອຸດົມ​ໄຊ ມູນ​ຄ່າ​ຂອງ​ໂຄງການ​ນີ້​ແມ່ນ 1.628.744 ໂດ​ລາ​ສະຫະລັດ.

ວັນ​ທີ 11 ເມສາ 2013 ຜ່ານ​ມາ​ນີ້ ກໍ​ໄດ້​ມີ​ພິທີ​ເຊັນ​ບົດ​ບັນທຶກ​ຄວາມ​ເຂົ້າໃຈ​ກັນ​ຢ່າງ​ເປັນ​ທາງ​ການ ຢູ່​ທີ່​ໂຮງແຮມ​ກຸຫຼາບ ນະຄອນຫຼວງ​ວຽງ​ຈັນ ລະຫວ່າງ​ທ່ານ​ນາງ ຈັນທະ​ວອນ ພັນ​ດຳ​ນອງ ຫົວໜ້າ​ກົມ​ພົວພັນ​ຕ່າງປະເທດ ກະຊວງ​ສຶກ​ສາ​ທິ​ການ ແລະ ກີລາ ກັບ​ທ່ານ Andrew Hill ຜູ້ອຳນວຍການ​ຝ່າຍ​ວິຊາ​ການ​ຂອງ​ອົງການ Plan ໂດຍ​ມີ​ທ່ານ​ນາງ ແສງ​ເດືອນ ຫຼ້າ​ຈັນທະ​ບູນ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ສຶກ​ສາ​ທິ​ການ ແລະ ກີລາ ເຂົ້າ​ຮ່ວມ​ເປັນ​ສັກຂີ​ພິຍານ.

ທີ່ມາhttp://www.vientianemai.net

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...