spot_img
Homeຂ່າວເຫດການອົງການປົກຄອງນະຄອນຫຼວງວຽງຈັນ ຈັດກິດຈະກຳວັນເດັກນ້ອຍສາກົນ ປີ 2015

ອົງການປົກຄອງນະຄອນຫຼວງວຽງຈັນ ຈັດກິດຈະກຳວັນເດັກນ້ອຍສາກົນ ປີ 2015

Published on

20150531090432

ນະຄອນຫຼວງ​ວຽງ​ຈັນ ຈັດ​ກິດຈະກຳ​ເນື່ອງ​ໃນ​ໂອກາດ ​ວັນເດັກນ້ອຍ​ສາກົນ ວັນ​ທີ 01 ມິຖຸນາ ຂຶ້ນ​ໃນ​ວັນ​ທີ 30 ພຶດສະພາ 2015 ທີ່​ພະ​ແນກ​ສຶກ​ສາ​ທິ​ການ ແລະ ກີລາ ນະຄອນຫຼວງ​ວຽງ​ຈັນ ໂດຍ​ມີ​ທ່ານ ສາຍທອງ ແກ້ວ​ດວງ​ດີ ຮອງ​ເຈົ້າ​ຄອງ​ນະຄອນຫຼວງ​ວຽງ​ຈັນ ທ່ານ ຊົມ​ພູ ແກ້ວ​ປັນຍາ ຫົວໜ້າ​ພະ​ແນກ​ສຶກ​ສາ​ທິ​ການ ແລະ ກີລາ ທ່ານ​ນາງ ລຳ​ພອຍ ສີ​ອັກ​ຄະ​ຈັນ ປະທານສະຫະພັນ​ແມ່ຍິງນະຄອນຫຼວງ ທ່ານ​ຜູ້ຕາງໜ້າ​ຈາກ​ກະຊວງ​ສຶກສາ​ທິ​ການ ແລະ ກີລາ ຈາກ​ພະແນກ​ສາທາລະນະ​ສຸກນະຄອນຫຼວງ ແຂກ​ຖືກ​ເຊີນ ພະນັກງານ ຄູ-ອາຈານ ພໍ່​ແມ່​ຜູ້​ປົກຄອງ ແລະ ນັກຮຽນ​ເຂົ້າ​ຮ່ວມ.

ໃນ​ງານ​ພາຍຫຼັງ​ທ່ານ​ຫົວໜ້າພະ​ແນກ​ສຶກ​ສາ​ທິ​ການ ແລະ ກີລານະຄອນຫຼວງ ໄດ້​ຂຶ້ນ​ຜ່ານ​ປະຫວັດ​ຄວາມ​ເປັນ​ມາ ຄວາມ​ໝາຍຄວາມ​ສຳຄັນ​ຂອງ​ວັນເດັກນ້ອຍສາກົນ ພ້ອມ​ທັງ​ໄດ້​ຮັບ​ຟັງ​ການໂອ້​ລົມ​ຈາກ​ຂັ້ນ​ເທິງແລ້ວ ​ຍັງ​ມີກິດຈະກຳ​ຢ່າງ​ຫຼວງຫຼາຍ ເປັນຕົ້ນ ມີ​ການ​ຢອດ​ຢາ​ວິ​ຕະ​ມິນ​ໃຫ້​ແກ່ນັກຮຽນ ການ​ປູກ​ຕົ້ນໄມ້ ການສະແດງ​ສິລະ​ປະ​ວັນນະຄະດີຂອງ​ບັນດາ​ນ້ອງ​ນັກຮຽນ​ຈາກໂຮງຮຽນ​ແຫ່ງ​ຕ່າງໆ ​ທີ່​ໄດ້​ຮັບລາງວັນ​ຊະນະ​ເລີດ​ໃນ​ການ​ແຂ່ງຂັນ​ສິລະ​ປະ​ວັນນະຄະດີ​ ຂອງ​ພະແນກ​ສຶກ​ສາ​ທິ​ການ ແລະ ກີລາ ຈັດ​ຂຶ້ນ ໄດ້​ນຳ​ເອົາ​ຜົນງານ​ມາສະແດງ ພ້ອມ​ນີ້​ຍັງ​ມີ​ການ​ຈັດ​ກິດ​ຈະກຳ​ແຂ່ງຂັນ​ກີລາ ວາງສະແດງຮູບ​ພາບ ແຈກ​ຂອງຂວັນ​ລາງວັນ ຂອງ​ບັນດາ​ຫ້າງ​ຮ້ານ ອົງການຈັດ​ຕັ້ງ​ທັງ​ພາກ​ລັດ-ເອກະ​ຊົນ ທີ່​ເຂົ້າ​ມາ​ຮ່ວມ​ກິດຈະກຳ ພິເສດ ພາຍ​ໃນ​ງານ​ຍັງ​ມີ​ການ​ປະກອບສ່ວນ​ຂອງ​ບັນດາ​ໂຮງຮຽນ ອົງການຈັດຕັ້ງ​ຕ່າງໆ ໄດ້​ນຳ​ເອົາ​ອາຫານ ແລະ ເຄື່ອງ​ດຶ່ມ​ມາ​ບໍລິການໃຫ້​ແກ່​ຜູ້​ເຂົ້າ​ຮ່ວມ​ງານ​ໃນ​ຄັ້ງ​ນີ້ນຳ​ອີກ.

 

ແຫລ່ງຂ່າວ: ວຽງຈັນໃໝ່

 

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...