spot_img
Homeຂ່າວຕ່າງປະເທດອົງກອນສິດທິມະນຸດ ແສອີຣັກໃຊ້ລະເບີດຖັງນ້ຳມັນ ເຮັດໃຫ້ຊາວບ້ານຕາຍຢ່າງໜ້ອຍ 75 ຄົນ

ອົງກອນສິດທິມະນຸດ ແສອີຣັກໃຊ້ລະເບີດຖັງນ້ຳມັນ ເຮັດໃຫ້ຊາວບ້ານຕາຍຢ່າງໜ້ອຍ 75 ຄົນ

Published on

557000008623301

 

ອົງກອນ Human Right Watch ເຜີຍຂໍ້ມູນກ່ຽວກັບການໂຈມຕີທາງອາກາດຂອງລັດຖະບານອີຣັກ

ເຊິ່ງຫຼາຍຄັ້ງມີການໃຊ້ລະເບີດຖັງນ້ຳມັນ ເປັນຕົ້ນເຫດເຮັດໃຫ້ຊາວບ້ານເສຍຊີວິດຢ່າງໜ້ອຍ 75 ຄົນ

ນັບຕັ້ງແຕ່ເດືອນມິຖຸນາທີ່ຜ່ານມາ.

 

ອົງກອນດ້ານສິດທິມະນຸດ ທີ່ມີສຳນັກງານຕັ້ງຢູ່ນະຄອນນິວຢອກລະບຸວ່າ ມີຊາວບ້ານຫຼາຍຮ້ອຍຄົນ

ໄດ້ຮັບບາດເຈັບຈາກການໂຈມຕີທາງອາກາດ ນັບຕັ້ງແຕ່ວັນທີ 6 ມິຖຸນາເປັນຕົ້ນມາ, ໂດຍເອກະສານ

ຄຳຖະແຫຼງລະບຸວ່າ ມີຊາວບ້ານໃນສີ່ເມືອງ ເສຍຊີວິດລວມກັນ 75 ລາຍ ນັບຕັ້ງແຕ່ກອງທັບເລີ່ມທຳ

ການໂຈມຕີກວາດລ້າງກຳລັງຂອງກຸ່ມລັດອິດສະລາມ (IS: Islamic State) ທີ່ເປັນພວກນັກຮົບຍີ່ຮັດ

ແລະ ບັນດາພັນທະມິດທີ່ເປັນກຸ່ມຕິດອາວຸດອິດສະລາມນິກາຍສຸໜີ່ ໂດຍມີຊາວບ້ານຢ່າງໜ້ອຍ 17

ຄົນ ທີ່ເສຍຊີວິດເພາະລະເບີດຖັງນ້ຳມັນ.

 

ເນື່ອງຈາກລະເບີດຖັງນ້ຳມັນ ເຄີຍຖືກນຳໃຊ້ໂດຍລັດຖະບານຊີເລຍ ໃນການຕໍ່ສູ້ກັບກຸ່ມຕິດອາວຸດ

ໃນຕະຫຼອດຊ່ວງສອງປີຜ່ານມາ ດ້ວຍການເອົາຖັງນ້ຳມັນໃສ່ສານເຄມີ ເສດກະສຸນ ຫຼື ສ່ວນປະສົມ

ທີ່ໃຊ້ເຮັດລະເບີດ ເຊິ່ງລະເບີດຊະນິດນີ້ ຈະມີຕົ້ນທຶນການຜະລິດທີ່ຂ້ອນຂ້າງຖືກ ແຕ່ບໍ່ມີຄວາມແມ່ນ

ຢຳພໍປານໃດ.

 

ຮິວແມນ ໄຣຕ໌ ວັອດ ລະບຸວ່າ ເຖິງແມ່ນຈະມີການປະຕິເສດຫຼາຍຄັ້ງຈາກລັດຖະບານອີຣັກ ແຕ່ກອງ

ກຳລັງຂອງລັດຖະບານ ກໍຍັງຄົງມີການນຳລະເບີດຖັງນ້ຳມັນມາໃຊ້ ໃນເຂດທີ່ຢູ່ອາໄສໃນເມືອງຟັນລູຈາ

 

ອີຣັກ ໄດ້ຮັບກອງກຳລັງສະໜັບສະໜູນຫຼາກຫຼາຍຮູບແບບ ຈາກສະຫະລັດອາເມລິກາ ແລະ ອີຫຼ່ານ

ໃນການຕໍ່ສູ້ກັບກຸ່ມ ລັດອິດສະລາມ ທີ່ບຸກລຸກເຂົ້າພື້ນທີ່ທາງພາກເໜືອ ແລະ ກຳລັງເປັນໄພຄຸກຄາມ

ຕໍ່ນະຄອນຫຼວງແບັກແດັກ.

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...