spot_img
Homeຂ່າວຕ່າງປະເທດອູເບີ ຫັນມາເນັ້ນທຸລະກິດ " ລົດຖີບ " ຫຼາຍກວ່າ "ລົດໃຫຍ່ "

ອູເບີ ຫັນມາເນັ້ນທຸລະກິດ ” ລົດຖີບ ” ຫຼາຍກວ່າ “ລົດໃຫຍ່ “

Published on

ວັນທີ 27 ສິງຫາ 2018, ສໍານັກຂ່າວຕ່າງປະເທດລາຍງານວ່າ ອູເບີ ບໍລິສັດເຄືອຂ່າຍຄົມມະນາຄົມ ທີ່ມີສໍານັກງານໃຫຍ່ຢູ່ໃນເມືຶອງ ຊານຟຣານຊິສໂກ, ລັດຄາລິຟໍເນຍ, ປະເທດສະຫະລັດເປີດເຜີຍວ່າ: ທາງບໍລິສັດ ມີແຜນທີ່ຈະມຸ່ງເນັ້ນທຸລະກິດລົດຖີບ ແລະ ລົດຈັກໄຟຟ້າຫຼາຍຂຶ້ນ ແລະ ເນັ້ນໃຊ້ລົດໃຫຍ່ໃຫ້ໜ້ອຍລົງ.

ໂດຍມີການລະບຸວ່າ ລົດຖີບ ແລະ ລົົດຈັກໄຟຟ້າມີຄວາມເໝາະສົມກັບການເດີນທາງພາຍໃນຕົວເມືອງຫຼາຍກວ່າລົດໃຫຍ່ ໂດຍສະເພາະຢ່າງຍິ່ງໃນຊົ່ວໂມງເລັ່ງດ່ວນ, ບໍລິສັດຍັງກ່າວໄວ້ວ່າ:ໃນອະນາຄົດຜູ້ໃຊ້ອູເບີຈະເລືອກໃຊ້ບໍລິການການເດີນທາງໄລຍະສັ້ນຫຼາຍຂຶ້ນ ເຖິງແມ່ນວ່າ ອາດຈະບໍ່ໄດ້ສ້າງຜົນກໍາໄລຫຼາຍພໍປານໃດ ແຕ່ສໍາລັບ ໄລຍະຍາວວິທີນີ້ເປັນແນວທາງທີ່ອູເບີຕ້ອງການທີ່ຈະມຸ່ງໄປ.

ໃນປີທີ່ຜ່ານມາ ອູເບີ ຂາດທຶນຫຼາຍກວ່າ 4,500 ລ້ານໂດລາສະຫະລັດ ແລະ ຢູ່ພາຍໃຕ້ແຮງກົດດັນໃນການປັບປຸງການເງິນ ເຖິງແມ່ນວ່າຈະມີລາຍໄດ້ຈາກທຸລະກິດບໍລິການຂົນສົ່ງທາງລົດແທັກຊີທີ່ກໍາລັງເພີ່ມຂຶ້ນກໍຕາມ ແຕ່ກໍຍັງມີຕົ້ນທຶນການຂະຫຍາຍສູ່ພື້ນທີ່ໃຫ້ບໍລິການໃໝ່ໆ.

ເຖິງຢ່າງໃດກໍຕາມ, ອູເບີໄດ້ລົງທຶນໃນຫຼາຍບໍລິສັດລົດຖີບເມື່ອປີທີ່ຜ່ານມາ ໂດຍລົດຖີບໄຟຟ້າພາຍໃຕ້ຊື່ ຈັ້ມ ຂອງທາງອູເບີ ມີໃຫ້ບໍລິການແລ້ວໃນ 8 ເມືອງຂອງສະຫະລັດ ລວມເຖິງນິວຢອກ ແລະ ວໍຊິງຕັນດີຊີ ແລະ ກໍາລັງຈະເລີ່ມໃຫ້ບໍລິການໃນເມືອງເບີລິນ, ປະເທດ ເຢຍລະມັນ ໂດຍອູເບີໄດ້ປະສານກໍາລັງກັບ ບໍລິສັດ ລົດຈັກໄຟຟ້າເຊັ່ນ ໄລມ໌ ອີກດ້ວຍ.

 

ແຫຼ່ງຂ່າວ ແລະ ຮູບພາບ: mthai.com

ບົດຄວາມຫຼ້າສຸດ

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຢ່າງເປັນທາງການ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ພິທີເຊັນບົດບັກທຶກ ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 8 ກໍລະກົດ 2025,...