spot_img
Homeຂ່າວຕ່າງປະເທດອຸໂມງມິດຕະພາບທາງລົດໄຟລາວ-ຈີນກໍ່ສ້າງສຳເລັດແລ້ວ

ອຸໂມງມິດຕະພາບທາງລົດໄຟລາວ-ຈີນກໍ່ສ້າງສຳເລັດແລ້ວ

Published on

ເວັບໄຊ bangkokbiznews ລາຍງານໂດຍອ້າງແຫຼ່ງຂ່າວຈາກສຳນັກຂ່າວຊິນຫົວວ່າ ອຸໂມງມິດຕະພາບທີ່ມີຄວາມຍາວ 9.59 ກິໂລແມັດ ເຊິ່ງເປັນອຸໂມງຂ້າມຊາຍແດນຂອງທາງລົດໄຟລາວ-ຈີນ ໂດຍໃນຝັ່ງຈີນ 7.17 ກິໂລແມັດ ແລະ ຝັ່ງລາວ 2.42 ກິໂລແມັດ ໄດ້ກໍ່ສ້າງສຳເລັດແລ້ວໃນວັນອາທິດທີ 13 ກັນຍາ 2020.

ທ່ານ ຫຼິວ ຈວິ້ນ ເສິງ ຈາກທາງລົດໄຟແຫ່ງປະເທດຈີນ ສາຂາຄຸນໝິງ  (CR Kunming) ໜຶ່ງໃນຜູ້ຮັບຜິດຊອບການກໍ່ສ້າງທາງລົດໄຟ ລະບຸວ່າການກໍ່ສ້າງອຸໂມງແຫ່ງນີ້ຖືເປັນບາດກ້າວສຳຄັນຂອງການກໍ່ສ້າງທາງລົດໄຟລາວ-ຈີນ.

ສ່ວນການກໍ່ສ້າງອຸໂມງຕ່າງໆ ຂອງທາງລົດໄຟຊ່ວງ ອວີ້ຊີ-ໂມ໋ອັນ (Yuxi-Mohan) ເຊິ່ງເປັນສ່ວນທີ່ຢູ່ໃນຈີນໄດ້ສຳເລັດແລ້ວ 97.5% ໂດຍທ່ານ ຫຼິວ ໄດ້ກ່າວເສີມວ່າ ການວາງລາງ ແລະ ການກໍ່ສ້າງຖານນີເປັນໄປຕາມແຜນທີ່ວາງໄວ້.

ທາງລົດໄຟລາວ-ຈີນ ດຳເນີນການກໍ່ສ້າງໂດຍໃຊ້ມາດຕະຖານທາງເທັກນິກ ແລະ ອຸປະກອນຂອງຈີນ ມີໄລຍະທາງກວ່າ 1,000 ກິໂລແມັດ ແລ່ນຈາກນະຄອນຄຸນໝິງ ເມືອງເອກຂອງມົນທົນອວິ໋ນໜານ (ຍຸນນານ) ທາງຕະເວັນຕົກສຽງໃຕ້ຂອງຈີນເຖິງນະຄອນຫຼວງວຽງຈັນ ເມືອງຫຼວງຂອງ ສປປ ລາວ ເຊິ່ງມີກຳນົດສ້າງສຳເລັດ ແລະ ເປີດໃຫ້ບໍລິການໃນທ້າຍປີ 2021.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...