spot_img
Homeຂ່າວຕ່າງປະເທດອຸທາຫອນ! ສາວລາວຫຼິ້ນແອັບຫາຄູ່ຖືກຫຼອກໃຫ້ເສຍຊັບ

ອຸທາຫອນ! ສາວລາວຫຼິ້ນແອັບຫາຄູ່ຖືກຫຼອກໃຫ້ເສຍຊັບ

Published on

ເມື່ອວັນທີ່ 17 ກຸມພາ 21 ເວລາ 21:30 ນາທີ ທີ່ຜ່ານມາເຈົ້າໜ້າທີ່ຕຳຫຼວດ ສະຖານີຕຳຫຼວດພູທອນເມືອງຊົນບຸຣີ ໄດ້ຮັບແຈ້ງວ່າມີເຫດຍິງສາວຖືກຫຼອກພາມາຖິ້ມແລ້ວຖືກລັກສາຍຄໍຄຳໃນປ້ຳນ້ຳມັນ ໝູ່ 3 ຕຳບົນໜອງຣີ ອຳເພີເມືອງ ຈັງຫວັດຊົນບຸຣີ (ປະເທດໄທ) ຈຶ່ງຟ້າວໄປກວດສອບພົບ ນາງຈອຍ ອາຍຸ 25 ປີ ຍິງສາວຊາວລາວ ຢືນຢູ່ໜ້າຫ້ອງນ້ຳ ແລະ ພາໄປຊີ້ຈຸດທີ່ລົດກະບະພາມາຖິ້ມໄວ້ບໍລິເວນໜ້າຫ້ອງນ້ຳປ້ຳນ້ຳມັນແຫ່ງໜຶ່ງ.

ເປັນສາວຊາວລາວ ອາຍຸ 25 ປີ ໃຫ້ຮູ້ວ່າ: ຕົນເອງໄດ້ຫຼິ້ນແອັບຫາຄູ່ພົບກັບໜຸ່ມໃນແອັບ ອາຍຸ 31 ປີ ໂປຣຟາຍດີຂັບລົດກະບະລົມກັນ 3 ວັນ ນັດພົບກັນຄັ້ງທຳອິດ​ ສຸດທ້າຍຖືກຝ່າຍຜູ້ຊາຍອອກອຸບາຍໃຫ້ຖອດສາຍຄໍຄຳ 2 ສະຫຼຶງຈະນຳໄປເພີ່ມນ້ຳໜັກໃຫ້ສຸດທ້າຍພາມາທີ່ປ້ຳນ້ຳມັນ ແລ້ວຫຼົບໜີ.​

ດ້ານເຈົ້າໜ້າທີ່ຕຳຫຼວດຈະໄດ້ຂໍເບິ່ງກ້ອງວົງຈອນປິດພາຍໃນປັ້ນນ້ຳມັນຢ່າງລະອຽດອີກຄັ້ງເພື່ອຈະໄດ້ຕິດຕາມລົດກະບະ ແລະ ຜູ້ຊາຍຄົນດັ່ງກ່າວມາດຳເນີນຄະດີຕາມກົດໝາຍຕໍ່ໄປ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...