spot_img
Homeຂ່າວທ້ອງຖິ່ນອຸດົມໄຊ ກວດພົບເງິນທີບໍ່ໂປ່ງໃສພັນກວ່າຕື້ກີບ

ອຸດົມໄຊ ກວດພົບເງິນທີບໍ່ໂປ່ງໃສພັນກວ່າຕື້ກີບ

Published on

ຄະນະພັກຄະນະກວດກາແຂວງອຸດົມໄຊ ໄດ້ເຮັດໜ້າທີ່ ຂອງຕົນຢ່າງຂະຫຍັນຂັນແຂງໃນການນຳພາເຄືອນໄຫວ ວຽກ ງານຕິດຕາມ, ກວດກາລັດ, ສະກັດກັ້ນ ແລະຕ້ານການສໍ້ລາດບັງຫຼວງຕາມພາລະບົດບາດ, ສິດ ແລະໜ້າທີ່ຂອງຕົນ ຊຶ່ງຜ່ານມາໄດ້ດຳເນີນການກວດກາ 200 ກວ່າເປົ້າໝາຍ ແລະກວດພົບເງິນ ທີ່ບໍ່ໂປ່ງໃສລວມ 1 ພັນກວ່າຕື້ກີບ ໃນນັ້ນ ມີພະນັກງານງານລັດຖະກອນ 100 ກວ່າຄົນ ຖືກດຳເນີນການສືບສວນສອບສວນ ພ້ອມລົງວິໄນຕາມຄວາມເໝາະສົມ.
ຕາມແຫຼ່ງຂ່າວຈາກແຂວງອຸດົມໄຊ ໃຫ້ຮູ້ວ່າ: ວຽກງານຕິດຕາມກວດກາຖື ວ່າເປັນວຽກງານໜຶ່ງທີ່ສໍາຄັນໃນການ ຊີ້ນໍານໍາພາຂອງພັກ ແລະການຄຸ້ມຄອງ ຂອງລັດ, ເຮັດໃຫ້ການເຄື່ອນໄຫວວຽກ ງານຂອງກົງຈັກລັດ, ສັງຄົມຫັນເຂົ້າສູ່ ລະບຽບກົດໝາຍເທື່ອລະກ້າວທັງເປັນ ບັນຫາສຳຄັນໃນການຕັດສິນເຮັດໃຫ້ ເສດຖະກິດມີການຂະຫາຍຕົວ ດັ່ງນັ້ນ ທາງຄະນະພັກ, ຄະນະກວດກາແຂວງ ອຸດົມໄຊ ຈິ່ງໄດ້ສຸມໃສ່ຕິດຕາມກວດກາ ແລະຊຸກຍູ້ໃນການຈັດຕັ້ງຜັນຂະຫຍາຍ, ເຜີຍແຜ່ເຊື່ອມຊຶມບັນດາແນວທາງນະໂຍ ບາຍຂອງພັກ, ລະບຽບກົດໝາຍຂອງ ລັດ, ນິຕິກຳຕ່າງໆ, ທັງເຄື່ອນໄຫວຈັດຕັ້ງປະຕິບັດວຽກງານກວດກາໃນທົ່ວ ແຂວງຢ່າງເຂັ້ມງວດຈິ່ງເຮັດໃຫ້ຍາດ ໄດ້ດ້ານດີຜົນງານໃນຫຼາຍດ້ານ ເປັນຕົ້ນ ແມ່ນວຽກງານການຕິດຕາມ, ກວດກາ ພັກ ຊຶ່ງຜ່ານການຕິດຕາມກວດກາຕົວຈິງ ເຫັນວ່າຄະນະພັກແຕ່ລະຂັ້ນແມ່ນເອົາ ໃຈໃສ່ປັບປຸງກໍ່ສ້າງພັກທັງ 4 ດ້ານເປັນ ຢ່າງດີຄື ດ້ານການເມືອງ, ແນວຄິດ, ການ ຈັດຕັ້ງ ແລະແບບແຜນການນຳພາ, ວຽກ ງານຕິດຕາມ, ກວດກາລັດ, ສະກັດກັ້ນ ແລະຕ້ານການສໍ້ລາດບັງຫຼວງທາງຄະ ນະກວດກາກໍໄດ້ເຄື່ອນໄຫວຕາມພາລະ ບົດບາດ, ສິດ ແລະໜ້າທີ່ຂອງຕົນ.

ເພື່ອເຮັດສຳເລັດໜ້າທີ່ໃນໄລຍະ ຜ່ານມາຄະນະພັກ, ຄະນະກວດກາແຂວງ ອຸດົມໄຊໄດ້ດຳເນີນການກວດກາທັງ ໝົດ 242 ເປົ້າໝາຍ ໃນນີ້ກວດກາປົກ ກະຕິໄດ້ 235 ເປົ້າໝາຍ, ກວດກາຕາມ ຄຳສັ່ງ 7 ເປົ້າໝາຍ, ພົບເຫັນການເສຍ ຫາຍຈຳນວນ 9,43 ຕື້ກີບ, ເກັບກູ້ໜີ້ສິນ ຄຸມເຄືອແຕ່ປີ 2011-2015 ໄດ້ 3,76 ຕື້ກີບ, ເກັບກູ້ຄືນໃຫ້ລັດໄດ້ 1,89 ຕື້ກີບ, ກວດພົບເຫັນການຂຸດຄົ້ນຊື້-ຂາຍໄມ້ຜິດ ກົດໝາຍຢູ່ບັນດາເມືອງຈຳນວນ 3.786 ແມັດກ້ອນ, ຄິດເປັນມູນຄ່າເທົ່າກັບ 8,09 ຕື້ກີບ, ກວດກາການສໍ້ລາດບັງ ຫຼວງ 7 ເປົ້າໝາຍ ພົບເຫັນຜົນເສຍຫາຍ ເປັນຈຳນວນເງິນ 5,71 ຕື້ກີບ, ໄດ້ດຳ ເນີນການກວດກາສະເພາະກິດຮ່ວມກັບ ອົງການກວດກາລັດຖະບານຈຳນວນ 121 ໂຄງການ ພົບເຫັນຜົນເສຍຫາຍ 1.120 ຕື້ກີບ, ໂຄງການທີ່ບໍ່ມີ ຕົວຕົນ 26 ໂຄງການ ໃນນັ້ນມີບັນດາພະນັກງານ ລັດຖະກອນຖືກດໍາເນີນການສືບສວນ ສອບສວນ 149 ຄົນ ໃນນັ້ນຈຳນວນໜຶ່ງ ແມ່ນຖືກປະຕິບັດວິໄນ, ນອກນັ້ນທາງ ຄະນະກວດກາຍັງໄດ້ມີການຕິດຕາມ ກວດກາຢູ່ບັນດາຫົວໜ່ວຍທຸລະກິດ, ບໍ ລິສັດ ແລະການຈັດຕັ້ງປະຕິບັດແຜນງົບ ປະມານແຫ່ງລັດປະຈຳສົກປີ 2013-2014 ຂອງແຂວງ, ເຂົ້າຮ່ວມແລະແກ້ ໄຂການນຳເຂົ້າລົດບໍ່ຖືກກົດໝາຍ ຊຶ່ງ ມີທັງໝົດ 37.377 ຄັນ ພ້ອມດຽວກັນນີ້ ຍັງໄດ້ດໍາເນີນການແຈ້ງຊັບສິນ ແລະ ລາຍຮັບຂອງພະນັກງານສຳເລັດຕາມລະດັບຄາດໝາຍ.

ສ່ວນວຽກງານການຄົ້ນຄວ້າຄຳ ຮ້ອງຄຳສະເໜີ ຈາກສັງຄົມກໍໄດ້ມີການ ແກ້ໄຂແລ້ວ 395 ສະບັບ ໃນຈຳນວນ ຄຳຮ້ອງທັງໝົດ 450 ສະບັບ ສ່ວນ ຫຼາຍແມ່ນບັນຫາຂໍ້ຂັດແຍ່ງທີ່ດິນ, ຄຳຕັດສິນຂອງສານ, ວຽກງານການພົວ ພັນກັບຕ່າງປະເທດກໍໄດ້ມີການພົວພັນ ຮ່ວມມື, ແລກປ່ຽນບົດຮຽນວຽກງານ ກວດກາກັບບັນດາປະເທດເພື່ອນມິດຍຸດທະສາດຢ່າງເປັນປົກກະຕິ ລວມທັງໄດ້ມີການປັບປຸງກົງຈັກການຈັດຕັ້ງ ແລະກໍ່ສ້າງພັກພະນັກງານຢ່າງເປັນລະບົບຕໍ່ ເນື່ອງ.

ທັງໝົດນັ້ນຖືວ່າເປັນຜົນງານອັນ ໃຫຍ່ຫຼວງທີ່ຄະນະກວດກາແຂວງອຸດົມ ໄຊ ຍາດມາໄດ້ໃນໄລຍະ 5 ປີຜ່ານ ຖື ເປັນເງື່ອນໄຂອັນສຳຄັນໃນການພັດທະນາເສດຖະກິດສັງຄົມຂອງແຂວງໃຫ້ມີ ການຂະຫຍາຍຕົວ, ຖ້າທຽບໃສ່ຄວາມຮຽກຮ້ອງຕ້ອງການຂອງສັງຄົມແລ້ວ ຖືວ່າວຽກງານກວດກາ ຍັງຈະຕ້ອງໄດ້ເພີ່ມທະວີສືບຕໍ່ຈັດຕັ້ງປະຕິບັດໃນຕໍ່ໜ້າ ຢ່າງເຂັ້ມງວດກວ່າເກົ່າຕື່ມອີກ ເພື່ອ ເຮັດໃຫ້ທຸກຂົງເຂດວຽກງານມີຄວາມ ໂປ່ງໃສ ແລະຮັບປະກັນບໍໃຫ້ມີການສໍ້ ລາດບັງຫຼວງຢູ່ພາຍໃນແຂວງອຸດົມໄຊ.

ຂ່າວ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...