spot_img
Homeຂ່າວການສຶກສາອຸດົມໄຊມີຄວາມພ້ອມໃນການສອບເສັງ ມ 4 ແລະ ມ 7 ສົກຮຽນ 2014-2015

ອຸດົມໄຊມີຄວາມພ້ອມໃນການສອບເສັງ ມ 4 ແລະ ມ 7 ສົກຮຽນ 2014-2015

Published on

ທ່ານ ນາງ ນີວັນ ໄຊຍະສິດ ຫົວໜ້າຂະແໜງມັດທະຍົມ ພະແນກສຶກສາທິການ ແລະ ກິລາ ແຂວງອຸດົມໄຊ (ສກຂ) ໄດ້ໃຫ້ສໍາພາດ ໃນຄັ້ງວັນທີ 8 ມີຖຸນາ 2015 ນີ້, ກ່ຽວກັບການຫ້າງຫາກະກຽມການສອບເສັງ ມ4 – ມ7 ວ່າ: ການຫ້າງຫາກະກຽກສອບເສັງມ4 ແລະ ມ7 ສົກຮຽນ 2014-2015 ນີ້ ທາງພະແນກ (ສກຂ) ພວກເຮົາໃນເບື້ອງຕົ້ນໄດ້ສັງລວມ ສະຖິຕິນັກຮຽນຜູ້ທີ່ມີໜ້າສອບເສັງ ມ4 ແລະ ມ7 ແລ້ວນໍາມາເຮັດເປັນປື້ມທະບຽນນັກຮຽນ, ອອກນິຕິກໍາຕ່າງໆ ເພື່ອປະກອບການລົງສອບເສັງ ເປັນຕົ້ນແມ່ນ ຂໍ້ຕົກລົງແຕ່ງຕັ້ງຄະນະຮັບຜິດຊອບຊີ້ນໍາລວມ ແລະ ຕັດສິນຜົນການສອບເສັງ, ແຕ່ງຕັ້ງຄະນະຮັບຜິດຊອບລົງປະຈໍາຢູ່ແຕ່ລະສູນ, ກົດລະບຽບການສອບເສັງ, ຫຼັກການ ແລະ ເງື່ອນໄຂຕັດສິນຜົນການສອບເສັງ, ແຜນດໍາເນີນງານ, ຕາຕະລາງສອບເສັງ, ງົບປະມານ ແລະ ອຸປະກອນຕ່າງໆ ທີ່ຮັບໃຊ້ເຂົ້າໃນການສອບເສັງ ປັດຈຸບັນມີຄວາມພ້ອມແລ້ວເກືອບ 100 % .
ສໍາລັບຈໍານວນນັກສອບເສັງຂັ້ນມ4 ໃນສົກຮຽນນີ້ ທົ່ວແຂວງມີທັງໝົດ 5.085 ຄົນ, ຍິງ 2.332 ຄົນ, ຈໍານວນນັກຮຽນຂັ້ນ ມ7 ທົ່ວແຂວງມີທັງໝົດ 2.912 ຄົນ, ຍິງ 1.285 ຄົນ.
ຂັ້ນ ມ4 ທັງໝົດ ແບ່ງອອກເປັນ 23 ສູນ, ລວມມີ 75 ໂຮງຮຽນ, ມີ 220 ຫ້ອງ, ປະກອບມີສູນສອບເສັງ: ມສ ແຂວງ, ມສ ເມືອງໄຊ, ມຕ ບ້ານບໍ່, ມສ ຫ້ວຍຂຸມ, ມສ ຫົວນໍ້າງາ, ມສ ນໍ້າແຫງ, ມສ ກໍນ້ອຍ, ມສ ເມືອງຫຼາ, ມສ ນາໝໍ້, ມສ ນາສະຫວ່າງ, ມສ ດອນແອ່ນ, ມສ ລາດຫານ, ມສ ເມືອງແບງ, ມຕ ນາງົວ, ມສ ນາແມດ, ມສ ເມືອງຮຸນ, ມສ ນາຊຽງດີ, ມຕ ສີວິໄລ, ມຕ ພູແຊງ, ມຕ ຜາຄໍາ, ມສ ດອນເມືອງ, ມສ ປາກແບງ ແລະ ມຕ ແຕງວາງ.
ສໍາລັບຈໍານວນສູນສອບເສັງຂັ້ນ ມ7 ທັງໝົດແບ່ງອອກເປັນ 9 ສູນ, ລວມ ມີ 25 ໂຮງຮຽນ, ມີ 136 ຫ້ອງ ປະກອບມີສູນສອບເສັງ: ມສ ແຂວງ, ມສ ເມືອງໄຊ, ມສ ເມືອງຫຼາ, ມສ ນາໝໍ້, ມສ ດອນແອ່ນ , ມສ ເມືອງແບງ, ມສ ເມືອງຮຸນ ແລະ ມສ ປາກແບງ.
ສ່ວນວັນເວລາການສອບເສັງແມ່ນເອກະພາບກັນໃນຂອບເຂດທົ່ວປະເທດ ມ4 ສອບເສັງເລີ່ມແຕ່ວັນທີ 16 – 18 ມີຖຸນາ, ມ7 ເລີ່ມແຕ່ວັນທີ 23 – 26 ມີຖຸນາ 2015 ນີ້, ວິຊາທີ່ນໍາມາສອບເສັງຂັ້ນມ4 ມີ 5 ວິຊາປະກອບມີ ວິຊາ ພາສາລາວ-ວັນນະຄະດີ, ຄະນິດສາດ, ທໍາມະຊາດ, ວິທະຍາສາດສັງຄົມ ແລະ ວິຊາສຶກສາຜົນລະເມືອງ.
ສໍາລັບຂັ້ນ ມ7 ມີ 8 ວິຊາຄື ວິຊາ ພາສາລາວ-ວັນນະຄະດີ, ຄະນິດສາດ, ຟິຊິກສາດ, ເຄມີສາດ, ຊີວະສາດ, ປະຫວັດສາດ, ພູມີສາດ ແລະ ວິຊາສຶກສາຜົນລະເມືອງ.
ນະໂອກາດນີ້, ທ່ານ ນາງ ນີວັນ ໄຊຍະສິດ ຫົວໜ້າຂະແໜງມັດທະຍົມ ພະແນກສຶກສາທິການ ແລະ ກິລາ ກໍໄດ້ຮຽກຮ້ອງມາເຖິງນ້ອງໆ ນັກຮຽນທັງໝົດ ທີ່ໃກ້ຈະເຂົ້າສູ່ການສອບເສັງໃນມໍ່ໆ ນີ້, ຈົ່ງພາກັນເອົາໃຈໃສ່ຄົ້ນຄວ້າຮໍ່າຮຽນໃຫ້ຫຼາຍ ເພື່ອກຽມຄວາມພ້ອມໃຫ້ຕົນເອງມີຄວາມຮູ້ ແລະ ຮັບປະກັນໃນການ ສອບເສັງຂອງຕົນ ເພື່ອຍາດໃຫ້ໄດ້ຄະແນນທີ່ດີ ແລະ ສອບເສັງໄດ້ 100 %.
ສໍາລັບນ້ອງນັກຮຽນ ທີ່ໄດ້ສອບເສັງເລື່ອນຫ້ອງຜ່ານພົ້ນໄປແລ້ວນັ້ນ ກໍຂໍໃຫ້ໃຊ້ເວລາຫວ່າງຍາມພັກແລ້ງນີ້ໃຫ້ເກີດປະໂຫຍດ ໂດຍການຊ່ວຍວຽກພໍ່ແມ່ຜູ້ປົກຄອງຢູ່ບ້ານ, ຢູ່ເຮືອນ ຕາມພາລະໜ້າວຽກຂອງຕົນເທົ່າທີ່ຈະຊ່ວຍໄດ້, ບໍ່ໃຫ້ພາກັນໄປມົ້ວສຸມກັບສິ່ງອະບາຍຍະມົກຕ່າງໆ ເປັນຕົ້ນແມ່ນ ການທ່ຽວຫຼີ້ນ, ກິນ, ດີ່ມສິ່ງມື່ນເມົ່າ, ມົ້ວສຸມສິ່ງເສບຕິດ, ຂັບຂີ່ລົດໄວ, ຂີ້ລັກງັດແງະ, ອະລະວາດຕີກັນ ແລະ ບັນຫາຫຍໍ້ທໍ້ອື່ນ ໆລໆ, ຈົ່ງແຂ່ງຂັນກັນ ຮຽນດີ-ຮຽນເກັ່ງ, ເອົາໃຈໃສ່ຕັ້ງໜ້າເຝຶກຝົນຕົນເອງ ໃຫ້ເປັນສິດທີ່ດີຂອງຄູອາຈານ, ເປັນລູກທີ່ດີຂອງພໍ່ແມ່, ເປັນຫລານທີ່ດີຂອງ ປ້າ-ລຸງ, ເປັນຄົນດີຂອງຊາດ ແລະ ເປັນຜູ້ທີ່ມີຄວາມຮູ້, ຄວາມສາມາດໃນການພັດທະນາບ້ານເມືອງ, ພໍ່ແມ່ຜູ້ປົກຄອງນັກຮຽນກໍໃຫ້ເພີ່ມຄວາມເອົາໃຈໃສ່ໃກ້ຊິດຕິດແທດກັບລູກຫຼານຂອງຕົນໃຫ້ຫຼາຍຂື້ນຕິ່ມ ທັງຊ່ວຍສຶກສາອົບຮົມລູກຫຼານຂອງຕົນໃຫ້ຫັນມາເອົາໃຈໃສ່ການຮຽນ ເພື່ອໃຫ້ມີອະນາຄົດທີ່ດີ, ຜູ້ບໍລິຫານການສຶກສາ, ຄູອາຈານສອນຢູ່ໂຮງຮຽນແຕ່ລະແຫ່ງ ແຕ່ລະຂັ້ນ ທັງພາກລັດ ແລະ ເອກະຊົນ ໃນໄລຍະພັກຮຽນນີ້ກໍຕ້ອງໄດ້ເອົາໃຈໃສ່ຄຸ້ມຄອງ , ປົກປັກຮັກສາ ແລະ ນຳໃຊ້ໂຮງຮຽນ, ອຸປະກອນການຮຽນ-ການສອນ ໃຫ້ມີປະສິດທິຜົນ ແລະ ສາມາດນໍາໃຊ້ໄດ້ຍາວນານຕະຫຼອດໄປ.

18900_1586241641626657_3907386871906610818_n

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...