spot_img
Homeຂ່າວທ້ອງຖິ່ນອຸດົມໄຊພົບຜູ້ຕິດເຊື້ອໄຂ້ຍຸງລາຍ 33 ກໍລະນີ

ອຸດົມໄຊພົບຜູ້ຕິດເຊື້ອໄຂ້ຍຸງລາຍ 33 ກໍລະນີ

Published on

 

headline60260
(ພາບປະກອບ)

 

ຕາມການສຳຫຼວດໃນການຈັດຕັ້ງປະຕິບັດ ກ່ຽວກັບການປ້ອງກັນ ແລະ ຕອບ ໂຕ້ພະຍາດໄຂ້ຍຸງລາຍ

ຢູ່ໃນທົ່ວແຂວງອຸດົມໄຊ ໃນໄລຍະ 6 ເດືອນຕົ້ນປີ ເຫັນວ່າຜູ້ທີ່ຕິດເຊື້ອໄຂ້ຍຸງລາຍມີທັງໝົດ 33 ກໍລະນີ

ຫຼາຍກວ່າໝູ່ແມ່ນເມືອງໄຊ ມີ 29 ກໍລະນີ, ສ່ວນວ່າ ເມືອງຮຸນ, ເມືອງຫຼາ, ນາໝໍ້ ແລະ ເມືອງແບງ

ແມ່ນມີເມືອງລະ 1 ກໍລະນີ.

 

ນັບຕັ້ງແຕ່ຕົ້ນປີທີ່ຜ່ານມາ ທາງຄະນະຮັບຜິດຊອບ ກໍຄືຄະນະກຳມະການ ແລະ ກອງເລຂາຄວບຄຸມ

ພະຍາດຕິດຕໍ່ຂັ້ນແຂວງ ແລະ ເມືອງ ພ້ອມທັງພາກສ່ວນທີ່ກ່ຽວຂ້ອງ ກໍໄດ້ມີການຈັດຕັ້ງປະຕິບັດ

ໃນການປ້ອງກັນ ແລະ ຕອບໂຕ້ພະຍາດດັ່ງກ່າວ ເປັນຕົ້ນແມ່ນການປັບປຸງຄະນະຮັບຜິດຊອບ ແລະ

ທິມງານຕອບໂຕ້ໄວຂັ້ນແຂວງ – ເມືອງ, ຈັດກອງປະຊຸມຂໍທິດຊີ້ນຳຈາກຂັ້ນເທິງ, ຈັດກອງປະຊຸມປຶກ

ສາຫາລືກັບຂັ້ນເມືອງ ແລະ ບ້ານເພື່ອຊອກຫາແນວທາງໃນການແກ້ໄຂ.

 

ນອກນັ້ນກໍໄດ້ລົງປຸກລະດົມເຜີຍແຜ່ໃນການປ້ອງກັນ ແລະ ຕອບໂຕ້ພະຍາດໄຂ້ຍຸງລາຍໃຫ້ກັບນັກ

ຮຽນ, ນັກສຶກສາ, ພະນັກງານນັກຮົບ ແລະ ພໍ່ແມ່ປະຊາຊົນ ຢູ່ໃນທົ່ວເທດສະບານແຂວງ ພ້ອມທັງ

ຈັດໃຫ້ມີຂະບວນການທຳລາຍແຫຼ່ງເພາະພັນຂອງຍຸງລາຍ ແລະ ພົ່ນຢາຂ້າຢູ່ຕາມແຕ່ລະບ້ານຕື່ມອີກ.

 

ສິ່ງສຳຄັນໃນການປ້ອງກັນ ແລະ ຄວບຄຸມພະຍາດດັ່ງກ່າວນີ້ ທຸກຄົນຕ້ອງເອົາໃຈໃສ່ໃນການຮັກ

ສາຄວາມສະອາດ ພາຍໃນຂອບເຂດຮັບຜິດຊອບຂອງຕົນ ຢ່າງເຂັ້ມງວດ ແລະ ເປັນປະຈຳ ໂດຍສະ

ເພາະແມ່ນບ່ອນທີ່ມີນ້ຳຂັງເຊັ່ນ: ຫຼັງຕູ້ເຢັນ, ໂຖດອກໄມ້, ກະໂປະ, ກະປ໋ອງ ແລະ ພາຊະນະໃສ່ນ້ຳອື່ນໆ,

ຖ້າຫາກອຸນຫະພູມພາຍໃນຮ່າງກາຍສູງຜິດປົກກະຕິ ແມ່ນໃຫ້ໄປຫາແພດໝໍໂດຍດ່ວນ.

 

ແຫຼ່ງຂ່າວ: ໜັງສືພິມປະຊາຊົນ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...