spot_img
Homeເກັບຕົກ-ເລື່ອງແປກອຶ່ງເຜືອກຄູ່! ເຖິງບໍ່ແມ່ນສັດປະຫຼາດແຕ່ກໍ່ຫາເບິ່ງໄດ້ຍາກ

ອຶ່ງເຜືອກຄູ່! ເຖິງບໍ່ແມ່ນສັດປະຫຼາດແຕ່ກໍ່ຫາເບິ່ງໄດ້ຍາກ

Published on

ລາຍງານຂ່າວເມື່ອວັນທີ 22 ພຶດສະພາ 2017 ທີ່ຜ່ານມາ ລະບຸວ່າ ຫຼັງຈາກທີ່ຝົນຕົກຕໍ່ເນື່ອງໃນພື້ນທີ່່ ຈັງຫວັດກຳແພງເພັດ ເປັນຊ່ວງເວລາທີ່ສັດຈະອອກມາຫຼິ້ນນ້ຳ ແລະ ກ້າວເຂົ້າລະດູປະສົມພັນ ເຮັດໃຫ້ແຕ່ລະຄືນມີປະຊາຊົນອອກໄປທຳມາຫາກິນເຊັ່ນການຈັບກົບ, ຄຽດ, ອຶ່ງເປັນຕົ້ນ ຫຼ້າສຸດ ນາງ ຫຼຽນ ຂັນທອງ ໄວອາຍຸ 60 ປີ ເປັນຊາວບ້ານໃນ ຕຳບົນ ໜອງປິງ ຈັງຫວັດກຳແພງເພັດ ນຳອຶ່ງ 2 ໂຕ ເຊິ່ງມີຜິວໜັງເປັນສີບົວຈາງໆ ເຊິ່ງຊາວບ້ານແຖວນັ້ນຮຽກວ່າ ອຶ່ງເຜືອກ ອຶ່ງໂຕໜຶ່ງມີຂະໜາດທີ່ວັດແທກໄດ້ 7 ຊມ, ຄວາມຍາວ 8 ຊມ ແລະ ມີໄຂ່ເຕັມທ້ອງ ແລະ ອີກໂຕໜຶ່ງວັດຂະໜາດໄດ້ທີ່ 5.5 ຊມ, ຄວາມຍາວ 7 ຊມ (ເປັນຕົວຜູ້) ເມື່ອຊາວບ້ານໃນບໍລິເວນເຂດນັ້ນຮັບຮູ້ກໍ່ພາກັນແຫ່ມາເບິ່ງ ແລະ ກໍ່ພາກັນມາຂໍຫວຍຕາມເຊື່ອຂອງແຕ່ລະບຸກຄົນ.

 

 

 

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...