spot_img
Homeຂ່າວຕ່າງປະເທດອີຕາລີຈະບໍ່ຮັກສາຜູ້ປ່ວຍໂຄວິດ-19 ໄວອາຍຸ 80ປີ ຫາກສະຖານະການຮ້າຍແຮງໄປກວ່ານີ້

ອີຕາລີຈະບໍ່ຮັກສາຜູ້ປ່ວຍໂຄວິດ-19 ໄວອາຍຸ 80ປີ ຫາກສະຖານະການຮ້າຍແຮງໄປກວ່ານີ້

Published on

ເດລີ່ ເທເລກຣາຟ ສື່ຂ່າວອັງກິດເປີດເຜີຍວ່າ ໄດ້ຮັບເອກະສານສະບັບໜຶ່ງເຊິ່ງເປັນເອກະສານຂອງເມືອງ ຕູລິນ ທາງພາກເໜືອຂອງອິຕາລີລະບຸວ່າ ຖ້າຫາກສະຖານະການການແຜ່ລະບາດຂອງໂຣກໂຄວິດ-19 ຮຸນແຮງຂຶ້ນກວ່ານີ້ ຜູ້ປ່ວຍອາຍຸ 80 ປີ ຂຶ້ນໄປ ຈະບໍ່ໄດ້ຮັບການຮັກສາໃນໜ່ວຍງານຜູ້ປ່ວຍໜັກ (ICU).

ເອກະສານດັ່ງກ່າວຍັງລະບຸຊັດເຈນວ່າໃນສະຖານະການດັ່ງກ່າວຈະຕ້ອງເລືອກຮັກສາ ໂດຍພິຈາລະນາວ່າໃຜມີໂອກາດທີ່ຈະລອດ ຫຼື ເສຍຊີວິດຫຼາຍກວ່າກັນ ຄ້າຍກັບສະຖານະການໃນສົງຄາມ ເນື່ອງຈາກອຸປະກອນໃນການຮັກສາມີຈຳກັດ.

ນອກຈາກນີ້, ຖ້າຫາກຜູ້ປ່ວຍມີອາການອື່ນໆຮ່ວມນຳ ແພດຈະຮັກສາອາການຮ່ວມເຫຼົ່ານັ້ນກໍ່ຕໍ່ເມື່ອພະແນກ ICU ມີຕຽງຈັດສັນໃຫ້.

ເຈົ້າໜ້າທີ່ໃນອິຕາລີຍອມຮັບວ່າ ແຜນການດັ່ງກ່າວຈະບັງຄັບໃຫ້ໂຮງໝໍເລືອກຮັກສາຜູ້ປ່ວຍທີ່ຄຸ້ມທີ່ຈະຮັກສາເທົ່ານັ້ນ ບໍ່ແມ່ນເພື່ອໃຊ້ປະໂຫຍດຂອງຜູ້ປ່ວຍ.

ດ້ານທ່ານ ຈູເຊປເປ ກອນເຕ ນາຍົກລັດຖະມົນຕີອິຕາລີ ແຈ້ງເຕືອນເມື່ອວັນທີ 16 ມີນາວ່າ ຫຼາຍອາທິດຕໍ່ຈາກນີ້ຈະເປັນຫຼາຍອາທິດທີ່ສ່ຽງທີ່ສຸດຂອງປະເທດ ເຊິ່ງອາດໝາຍຄວາມວ່າການລະບາດຂອງໄວຣັສໂຄໂຣນາໃນອິຕາລີຮຸນແຮງໄດ້ຫຼາຍກວ່ານີ້.

 

ຮຽບຮຽງຂ່າວ:​ພຸດສະດີ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...