spot_img
Homeມຸມຂ່າວ AECອິນ​ເດຍ ປະສົບ​ຄວາມ​ສຳ​ເລັດ​ໃນ​ການ​ກຳຈັດ​ພະຍາດ​ໂປ​ລິ​ໂອ

ອິນ​ເດຍ ປະສົບ​ຄວາມ​ສຳ​ເລັດ​ໃນ​ການ​ກຳຈັດ​ພະຍາດ​ໂປ​ລິ​ໂອ

Published on

ຕາມ​ຂ່າວ​ຕ່າງປະ​ເທດ, ວັນ​ທີ 14​ ມັງກອນ, ອິນ​ເດຍ ປະສົບ​ຄວາມ​ສຳ​ເລັດ​ໃນ​ການ ປຸກລະດົມ ການ​ຊັກ​ຢາວັງ​ແຊງ​ປ້ອງ​ກັນ​ພະຍາດ​ໂປ​ລິ​ໂອ ​ເຮັດ​ໃຫ້ບໍ່​ມີ​ການກວດ​ພົບ​ຜູ້​ຕິດ​ເຊື້ອ​ພະຍາດ​ໂປ​ລິ​ໂອ​ອີກ​ໃນ​ໄລຍະ 3​ ປີ​ທີ່​ຜ່ານ​ມາ ອັນ​ຈະ​ເຮັດ​ໃຫ້​ປະ​ເທດ​ອິນ​ເດຍ ​ໄດ້​ຮັບ​ການ​ຮັບຮອງຈາກອົງການ ອະນາໄມໂລກ ໃຫ້ເປັນປະເທດ ຫລ້າ​ສຸດທີ່​ກຳຈັດ​ພະຍາດ​ໂປ​ລິ​ໂອ​ໄດ້​ສຳ​ເລັດ, ຄາດ​ວ່າ ການ​ປະກາດ​ຢ່າງ​ເປັນ​ທາງ​ການ ຈະ​ມີ​ຂຶ້ນ​ໃນ​ທ້າຍ​ເດືອນ​ມີນາ.
ຂ່າວ​ແຈ້ງວ່າ: ອິນ​ເດຍເຄີຍ​ເປັນ​ປະ​ເທດ​ໜຶ່ງ​ທີ່ມີ​ຄວາມ​ຫຍຸ້ງຍາກ​ ໃນ​ການ​ປຸກລະດົມ​ການ​ຊັກ​ຢາ​ວັກ​ແຊງ​ປ້ອງ​ກັນ​ພະຍາດ​ໂປ​ລິ​ໂອ​ ​ເນື່ອງ​ຈາກ​ປະຊາຊົນ​ສ່ວນ​ຫລາຍ​ ມີ​ຖານະ​ທຸກ​ຍາກ​ ແລະ​ ຢູ່​ໃນ​ພື້ນ​ທີ່​ຫ່າງ​ໄກສອກຫລີກ ​ເຮັດ​ໃຫ້​ລັດຖະບານ​ຕ້ອງ​ໃຊ້​ງົບປະມານ​ປີ​ລະ 2.500 ລ້ານ​ໂດ​ລາ​ສະຫະລັດ “ຕັ້ງ​ແຕ່​ປີ 1995“ ພ້ອມ​ທັງ​ ລະດົມ​ອາສາ​ສະໝັກຈຳນວນ​ຫລາຍ​ລ້ານ​ຄົນ ໄປ​ຊ່ວຍ​ຢອດ​ວັກ​ແຊງ​ໃຫ້​ເດັກນ້ອຍ ຕາມ​ສະຖານີ​ລົດ​​ໄຟ, ລົດ​ໂດຍສານ, ສະຖານ​ທີ່​ກໍ່ສ້າງ, ງານ​ບຸນປະ​ເພນີ​ຕ່າງໆ, ບາ​ງຄົນ​ກໍ​​ຂັບຂີ່​ລົດຈັກ ຫລື​ຍ່າງ​ໄປ​ຫາ​ບັນດາ​ບ້ານ​ທີ່ຢູ່​ຫ່າງ​ໄກແຕ່ຜົນ​ທີ່​ໄດ້​ຮັບ​​ແມ່ນປະສົບ​ ຜົນສຳ​ເລັດ ​ເພາະ​ຊ່ວຍ​ໃຫ້​ເດັກນ້ອຍ ພາຍ​ໃນ​ປະ​ເທດ ຈຳນວນ​ກວ່າ 170 ລ້ານ​ຄົນ​ໄດ້​ຮັບ​ວັກ​ແຊງ​ໃນ​ແຕ່ລະ​ປີ.
ເຊື້ອພະຍາດ​ໂປ​ລິ​ໂອ ຈະ​ເຂົ້າ​ໄປ​ທຳລາຍສູນ​ກາງ​ລະບົບ​ປະສາດ​ ແລະ ​ເຮັດ​ໃຫ້​ເປັນ​ອຳມະພາດ​ໄດ້​ພາຍ​ໃນ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ​ທີ່​ຕິດ​ເຊື້ອ​ ແລະ​ ບໍ່​ສາມາດ​ແກ້​ໄຂ​ໃຫ້​ກັບ​ມາ​ເປັນ​ປົກ​ກະຕິ​ໄດ້ ຖື​ເປັນ​ພະ ຍາດ​ທີ່​ຕິດຕໍ່​ງ່າຍ ​ແລະ ມັກ​ແຜ່​ລະບາດ​ໃນ​ພື້ນ​ທີ່ ທີ່ມີ​ສຸຂະ​ອາ​ນະ​ໄມ​ບໍ່​ສະອາດ​ພຽງພໍ ໂດຍ​ສະ​ເພາະ​​ ເດັກ​ອາຍຸ​ຕ່ຳ​ກວ່າ 5 ປີແມ່ນມີ​ຄວາມ​ສ່ຽງຕໍ່ການ​ຕິດ​ເຊື້ອ​ພະຍາດ​ນີ້​ຫລາຍ​ທີ່​ສຸດ, ​ແຕ່​ສາມາດ​ປ້ອງ​ກັນ​ໄດ້​ດ້ວຍ​ການ​ໃຫ້ວັກ​ແຊງ. ປັດຈຸບັນ​ມີ ປະ​ເທດ​ອັ​ຟ​ກາ​ນິດ​ສະຖານ, ປາ​ກິດສະຖານ, ນີ​ເຊ​ຣີ ທີ່ຍັງ​ມີ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂປ​ລິ​ໂອ.

ທີ່ມາ http://www.kpl.net.la/lao/world/world3.htm

ບົດຄວາມຫຼ້າສຸດ

ເຫດປະທ້ວງທີ່ຕີມໍເລສເຕ ນັກສຶກສາກວ່າ 2.000 ຄົນ ເຂົ້າປະທ້ວງລັດຖະບານ ຫຼັງອະນຸມັດແຜນການຈັດຊື້ລົດຫຼູລາຄາແພງ

ໃນວັນທີ 17/09/2025 ທີ່ຜ່ານມາ, ຈາກສຳນັກຂ່າວຈາກປະເທດຕີມໍ ເລສເຕ ລານງານວ່າ ມີເຫດການປະທ້ວງຈາກປະຊາຊົນຫຼາຍກວ່າ 2.000 ຄົນ ໃນນະຄອນຫຼວງດິລີ ປະເທດຕີມໍ ເລສເຕ, ໃນນັ້ນສ່ວນຫຼາຍແມ່ນນັກສຶກສາ ທັງໝົດມາເພື່ອປະທ້ວງແຜນການທີ່ໄດ້ຮັບອະນຸມັດເມື່ືອປີກ່ອນ...

ຂຶ້ນຄ່າແຮງງານຂັ້ນຕໍ່າ ໃຫ້ແກ່ແຮງງານໃນອຸດສາຫະກຳຕັດຫຍິບຂອງກໍາປູເຈຍ ປັບຂຶ້ນຈາກ 208 ໂດລາ ເປັນ 210 ໂດລາ ຕໍ່ເດືອນ

ປະກາດ​ໃນ​ວັນ​ທີ 17 ກັນຍາ ຜ່ານມາ​ວ່າ, ທ່ານ ຮຸນ ມາເນດ ນາຍົກລັດຖະມົນຕີ ກຳປູເຈຍ ໄດ້​ກຳນົດ​ຄ່າ​ແຮງງານ​ຂັ້ນ​ຕ່ຳ​ຕໍ່​ເດືອນ​ໃໝ່​ໃຫ້​ແກ່​ອຸດສາຫະກຳ​ຕັດຫຍິບ, ເກີບ ແລະ ສິນຄ້າ​ສຳລັບການເດີນທາງ ​ເປັນ...

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...