spot_img
Homeຂ່າວທ້ອງຖິ່ນອິນໂດເນເຊຍເຂັ້ມງວດໃຜບໍ່ໃສ່ຜ້າປິດປາກຈະຖືກລົງໂທດ "ຂຸດຫຼຸມຝັງສົບ" ຜູ້ເສຍຊີວິດຈາກໂຄວິດ

ອິນໂດເນເຊຍເຂັ້ມງວດໃຜບໍ່ໃສ່ຜ້າປິດປາກຈະຖືກລົງໂທດ “ຂຸດຫຼຸມຝັງສົບ” ຜູ້ເສຍຊີວິດຈາກໂຄວິດ

Published on

ການລະບາດຂອງໄວຣັດໂຄວິດ-19 ໃນອິນໂດເນເຊຍສົ່ງຜົນກະທົບຕໍ່ຊີວິດຄວາມເປັນຢູ່ຂອງປະຊາຊົນ ແລະ ເສດຖະກິດຂອງປະເທດໃນວົງກວ້າງ ຂະນະທີ່ຈຳນວນຜູ້ເສຍຊີວິດຈາກໂຣກດັ່ງກ່າວໃນອິນໂດເນ ເຊຍ ມີຍອດສະສົມສູງທີ່ສຸດໃນກຸ່ມປະເທດອາຊຽນ.

ດັ່ງນັ້ນ, ມາດຕະການຄວບຄຸມການລະບາດທີ່ເຂັ້ມງວດໄດ້ຖືກຈັດຕັ້ງປະຕິບັດ ເມື່ອວັນທີ 9 ກັນຍາ 2020 ທີ່ຜ່ານມາ ທີ່ເມືອງ ເຊີເມໃນຊວາຕະເວັນອອກ ມີຊາວບ້ານ 8 ຄົນ ບໍ່ໃສ່ຜ້າປິດປາກ-ປິດດັງເພື່ອປ້ອງກັນໂຄວິດ-19 ຖືກລົງໂທດດ້ວຍຄຳສັ່ງໃຫ້ໄປຂຸດຫຼຸມຝັງສົບ ເພື່ອຝັ່ງຮ່າງຜູ້ເສຍຊີວິດຈາກການຕິດເຊື້ອໂຄວິດ-19.

ອິນໂດຍເນເຊຍ ມີມາດຕະການປ້ອງກັນໂຄວິດດ້ວຍການໃຫ້ປະຊາຊົນສວມໃສ່ຜ້າປິດປາກ-ປິດດັງໃນທີ່ສາທາລະນະ ແຕ່ກໍ່ມີປະຊາຊົນຈຳນວນໜຶ່ງຍັງບໍ່ເອົາໃຈໃສ່ ແລະ ບໍ່ປະຕິບັດຕາມຂໍ້ກຳນົດໃນການຮັກ ສາໄລຍະຫ່າງລະຫວ່າງກັນ.

ກະຊວງສາທາລະນະສຸກອິນໂດເນເຊຍ ລາຍງານວ່າ ປັດຈຸບັນ, ມີຜູ້ເສຍຊີວິດຈາກໂຄວິດ-19 ໃນອິນໂດ ເນເຊຍ 9,100ຄົນ ຖືກວ່າເປັນຈຳນວນສູງສຸດໃນອາຊຽນ ແລະ ມີຜູ້ຕິດເຊື້ອເກືອບ 230,000ຄົນ, ຮັກສາຫາຍ 160,000ຄົນ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...