spot_img
Homeຂ່າວຕ່າງປະເທດອິນເດຍ-ບັງກາລາເທດສັ່ງອົບພະຍົບປະຊາຊົນຈາກເສັ້ນທາງຂອງພາຍຸຊຸບເປີໄຊໂຄນອຳພັນ

ອິນເດຍ-ບັງກາລາເທດສັ່ງອົບພະຍົບປະຊາຊົນຈາກເສັ້ນທາງຂອງພາຍຸຊຸບເປີໄຊໂຄນອຳພັນ

Published on

ອີງຕາມການລາຍງານຂ່າວຈາກເວັບໄຊຂ່າວ dailynews ໃຫ້ຮູ້ວ່າ ລັດຖະບານອິນເດຍ ແລະ ບັງກາລາເທດ ໄດ້ອົບພະຍົບປະຊາຊົນອອກຈາກເສັ້ນທາງຂອງພາຍຸຊຸບເປີໄຊໂຄນອຳພັນ ທີ່ມີຄວາມຮຸນແຮງຫຼາຍທີ່ສຸດໃນຮອບທົດສະວັດ.

ສຳນັກຂ່າວຣອຍເຕີລາຍງານ ເມື່ອວັນທີ 20 ພຶດສະພານີ້ວ່າ ຊຸບເປີໄຊໂຄນອຳພັນ ເຄື່ອນຕົວຈາກອ່າວເບງກໍ ເຄື່ອນຕົວໄປທາງຂອງອິນເດຍ ແລະ ທາງໃຕ້ຂອງບັງກາລາເທດ ດ້ວຍຄວາມໄວລົມຕໍ່ເນື່ອງສູງສຸດ 240 ກິໂລແມັດຕໍ່ຊົ່ວໂມງ ຖືວ່າມີຄວາມຮຸນແຮງທຽບເທົ່າພາຍຸເຮີລິເຄນລະດັບ 5.

ທາງການລັດເບງກໍ ດ້ານຕະເວັນຕົກຂອງອິນເດຍເລັ່ງອົບພະຍົບປະຊາຊົນຫຼາຍກວ່າ 200,000 ຄົນ ທີ່ອາໃສໃນພື້ນທີ່ສ່ຽງ ໃນຂະນະທີ່ທາງການລັດໂອຣິສາກຽມພື້ນທີ່ພາຍໃນສູນອົບພະຍົບຊົ່ວຄາວໄວ້ຮອງຮັບປະຊາຊົນໄດ້ກວ່າ 1.1 ລ້ານຄົນ.

ທາງດ້ານລັດຖະບານບັງກາລາເທດປະກາດໃຫ້ປະຊາຊົນໃນເຂດສ່ຽງໄພອົບພະຍົບອອກຈາກພື້ນທີ່ຕັ້ງແຕ່ວັນທີ 19 ພຶດສະພາ ເຊິ່ງມີການປະເມີນວ່າອາດສົ່ງຜົນກະທົບກັບປະຊາຊົນຫຼາຍເຖິງ 2 ລ້ານຄົນ ແລະ ເຕືອນວ່າອິດທິພົນຂອງພາຍຸອຳພັນອາດຮຸນແຮງທີ່ສຸດ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...