spot_img
Homeຂ່າວທ້ອງຖິ່ນອາໃສຮ້ານເກມບັງໜ້າ ເພື່ອລີ້ຊ້ອນຊື້-ຂາຍຢາບ້າ

ອາໃສຮ້ານເກມບັງໜ້າ ເພື່ອລີ້ຊ້ອນຊື້-ຂາຍຢາບ້າ

Published on

ອີງຕາມການລາຍງານຈາກ ປກສ ນະຄອຫຼວງວຽງຈັນ ໃຫ້ຮູ້ວ່າ ໃນວັນທີ 25 ພະຈິກ 2020 ທີ່ຜ່ານມາ ທ້າວ ຊົມພູ ຫຼື ແຫຼ້ ອາຍຸ 41 ປີ ປະຊາຊົນຢູ່ບ້ານ ດົງນາໂຊກໃຕ້ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຖືກເຈົ້າໜ້າທີ່ໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ເຂົ້າກັກຕົວຢູ່ຮ້ານເກມແຫ່ງໜຶ່ງ ເຂດບ້ານດົງນາໂຊກ ໃນຂະນະທີ່ສົ່ງຢາບ້າ ພ້ອມຂອງກາງຢາບ້າ 573 ເມັດ.

ຜ່ານການສືບສວນ-ສອບສວນ ທ້າວ ຊົມພູ ໄດ້ໃຫ້ການຍອມຮັບສາລະພາບຕໍ່ເຈົ້າໜ້າທີ່ວ່າ: ຕົນເອງໄດ້ເລີ່ມພົວພັນເສບຢາເສບຕິດ ( ຢາບ້າ ) ມາແຕ່ຕົ້ນປີ 2018 ເປັນຕົ້ນມາ. ເບື້ອງຕົ້ນ ໄດ້ຊື້ນໍາຊາຍໜຸ່ມທົ່ວໄປທີ່ຂາຍຢູ່ຕາມຮ້ານເກມ ແລ້ວນໍາມາເສບມື້ລະ 2-3 ເມັດ ເຮັດໃຫ້ຕົນເອງມີອາການຕິດຢາບ້າຢ່າງຮຸ່ນແຮງ ແລະ ເສບຢາບ້າຫຼາຍຂຶ້ນ. ຕົກມາຮອດເດືອນ ຕຸລາ 2020 ຈຶ່ງເກີດມີແນວຄິດຢາກລອງຄ້າຂາຍຢາບ້າ ຈິ່ງໄດ້ໄປຮັບຊື້ຢາບ້ານໍາຊາຍຄົນໜຶ່ງ ທີ່ຮູ້ຈັກກັນ ແລະ ເຄີຍຊື້ຢາບ້ານໍາກັນ ຢູ່ຮ້ານເກມພະນັນອອນລາຍດັ່ງກ່າວ ທໍາອິດຊື້ຄັ້ງລະ 200-600 ເມັດ. ຈາກນັ້ນ ກໍເອົາໄປແບ່ງຂາຍໃຫ້ໄວລຸ້ນ ຢູ່ນໍາບັນດາຮ້ານເກມຈົນໝົດ. ສ່ວນເງິນທີ່ໄດ້ຈາກການຂາຍຢາບ້າ ຕົນເອງກໍເອົາມາຊື້ຢາບ້າເສບ ແລະ ຫຼີ້ນເກມຈົນໝົດ. ຄັ້ງສຸດທ້າຍ ໃນວັນທີ 25 ພະຈິກ 2020 ໄດ້ໂທສັ່ງຊື້ຢາບ້ານໍາຊາຍຄົນເກົ່າອີກ ຈໍານວນ 600 ເມັດ. ຫຼັງຈາກ ໄດ້ຢາບ້າມາແລ້ວ ຕົນເອງກໍເອົາມາແບ່ງຂາຍ ໃຫ້ກັບພວກໄວລຸ້ນຢູ່ຮ້ານເກມອີກ ໃນຂະນະທີ່ກໍາລັງຂາຍຢາບ້າ ກໍໄດ້ຖືກເຈົ້າໜ້າທີ່ເຂົ້າຈັບຕົວ ພ້ອມກັບຂອງກາງຢາບ້າຈໍານວນ 573 ເມັດ ທີ່ຊຸກເຊື່ອງໄວ້ຖົງໂສ້ງ.

ປັດຈຸບັນ ຄະດີດັ່ງກ່າວຢູ່ໃນຂັ້ນຕອນຂອງການສືບສວນ-ສອບສວນຂອງເຈົ້າໜ້າທີ່ໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອສີໂຄດຕະບອງ ນະຄອນຫຼວງວຽງຈັນ ເພື່ອຂະຫຍາຍຜົນຊອກຫາກຸ່ມແກ້ງພັກພວກທີ່ຮ່ວມຂະບວນການດຽວກັນມາລົງໂທດຕາມລະບຽບຂອງກົດໝາຍ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...