spot_img
Homeຂ່າວການພັດທະນາອາເມລິກາ ອະນຸມັດນໍາໃຊ້ຢາປິ່ນປົວໂຄວິດ-19 ຊະນິດເມັດຂອງບໍລິສັດໄຟເຊີ

ອາເມລິກາ ອະນຸມັດນໍາໃຊ້ຢາປິ່ນປົວໂຄວິດ-19 ຊະນິດເມັດຂອງບໍລິສັດໄຟເຊີ

Published on

ເວັບໄຊ້ຂ່າວຕ່າງປະເທດ ໄດ້ລາຍງານວ່າ: ໃນວັນທີ 23 ທັນວາ 2021 ທີ່ຜ່ານມາ ຄະນະກໍາມະການອາຫານ ແລະ ຢາ ຂອງສະຫະລັດອາເມລິກາໄດ້ໃຫ້ການຮັບຮອງການນໍາໃຊ້ຢາ “ແພັກໂລວິດ” ຢາປ້ອງກັນໂຄວິດ-19 ຊະນິດເມັດຂອງບໍລິສັດໄຟເຊີ ແລະ ເປັນໂຕທໍາອິດທ່່ີໄດ້ຮັບການຮັບຮອງຢ່າງເປັນທາງການ.

ການຮັບຮອງຢາຕ້ານໂຄວິດ-19 ນີ້ ໝາຍຄວາມວ່າຫຼັງຈາກນີ້ຕໍ່ໄປປະຊາຊົນອາເມລິກາທີ່ຕິດເຊື້ອໂຄວິດ-19 ຈະສາມາດປິ່ນປົວໂຕເອງໄດ້ຢູ່ເຮືອນໂດຍການກິນຢາ ເຊິ່ງມັນຈະຊ່ວຍເຮັດໃຫ້ຊ່ວຍຫຼຸດຄວາມແອອັດຂອງລະບົບສາທາລະນະສຸກໃນທົ່ວປະເທດ.

ຄະນະກໍາມະການອາຫານ ແລະ ຢາ ຂອງສະຫະລັດອາເມລິກາໄດ້ໃຫ້ການຮັບຮອງຢາຕ້ານໂຄວິດ-19 ຊະນິດເມັດຂອງບໍລິສັດໄຟເຊີ ສໍາລັບໃຊ້ັກັບຜູ້ໃຫຍ່ ແລະ ເດັກນ້ອຍທີ່ມີອາຍຸ 12 ປີຂຶ້ນໄປ ລວມໄປເຖິງຜູ້ເຖົ້າທີ່ກວດພົບວ່າຕິດເຊື້ອ ແລະ ມີອາການເບື້ອງຕົ້ນ ໂດຍເນັ້ນໄປທີ່ຄົນທີ່ມີຄວາມສ່ຽງສູງທີ່ຈະຕ້ອງເຂົ້າຮັບການປິ່ນປົວຢູ່ທີ່ໂຮງໝໍ. ຢາ “ແພັກໂລວິດ” ຖືເປັນຢາທີ່ໃຊ້ປ້ອງກັນໂຄວິດ-19 ທີ່ໄວທີ່ສຸດໃນການປິ່ນປົວຜູ້ຕິດເຊື້ອໂຄວິດໃນໄລຍະທໍາອິດ

 

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...