spot_img
Homeຂ່າວຕ່າງປະເທດອາເມລິກາເປັນປະເທດທີ່ມີຜູ້ຕິດເຊື້ອໂຄວິດ-1ຫຼາຍທີສຸດໃນໂລກ ແຊງໜ້າອິຕາລີແລະຈີນ

ອາເມລິກາເປັນປະເທດທີ່ມີຜູ້ຕິດເຊື້ອໂຄວິດ-1ຫຼາຍທີສຸດໃນໂລກ ແຊງໜ້າອິຕາລີແລະຈີນ

Published on

ຈາກສະຖິຕິ ທີ່ເກັບກຳໂດຍສູນ Center for Systems Science and Engineering (CSSE) ໃນວັນທີ 26 ມີນາ ຂອງມະຫາວິທະຍາໄລ Johns Hopkins ເຜີຍວ່າ ປະເທດ ສະຫະລັດອາເມລິກາ ມີກໍລະນີຜູ້ຕິດເຊື້ອພະຍາດໄວຣັສໂຄວິດ-19 ເພີ່ມຂຶ້ນເປັນ 82,404 ກໍລະນີ, ຈຳນວນກໍລະນີຜູ້ຕິດເຊື້ອເພິ່ມຂຶ້ນເປັນ 10,000 ກໍລະນີ ພາຍໃນ 5 ຊົ່ວໂມງ, ເຮັດໃຫ້ອາເມລິກາເປັນປະເທດທີ່ມີກໍລະນີຜູ້ຕິດເຊື້ອຫຼາຍທີ່ສຸດໃນໂລກ ແຊງປະເທດ ອິຕາລີ ແລະ ຈີນ. ລັດນິວຍອກ (New York) ກາຍເປັນສູນກາງຂອງການແຜ່ລະບາດໃນປະເທດ ໂດຍມີຜູ້ຕິດເຊື້ອ 37,802 ກໍລະນີ ສ່ວນລັດຄາລິໂຟເນຍ (Califonia) ມີຜູ້ຕິດເຊື້ອ 6,876 ກໍລະນີ, ລັດນິວເຈີຊີ (New Jersey) ມີ 3,802 ກໍລະນີ. ຈຳນວນກໍລະນີຜູ້ເສຍຊີວິດທັ້ງໝົດໃນອາເມລິກາຕອນນີ້ມີ 1,178 ກໍລະນີ.

ຈຳນວນກໍລະນີຜູ້ຕິດເຊື້ອໄວຣັສໂຄວິດ-19 ທົ່ວໂລກຕອນນີ້ມີ 526,044 ກໍລະນີ, ເສຍຊີວິດ 23,709 ກໍລະນີ ໂດຍອ້າງອີງຈາກສູນ CSSE.

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...