spot_img
Homeຂ່າວພາຍ​ໃນອາເມລິກາສະໜັບສະໜູນ ສປປ ລາວ ເປັນປະທານຈັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 43 ໃນປີ 2024

ອາເມລິກາສະໜັບສະໜູນ ສປປ ລາວ ເປັນປະທານຈັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 43 ໃນປີ 2024

Published on

ສະຫະລັດອາເມລິກາ ພ້ອມຈະໃຫ້ການສະໜັບສະໜູນ ສປປ ລາວໃນການເປັນປະທານຈັດກອງປະຊຸມສຸດຍອດອາຊຽນ (ASEAN SUMMIT) ຄັ້ງທີ 43 ໃນປີ 2024 ໃນຂະນະທີ່ອີກຫຼາຍປະເທດ ເລີ່ມສະແດງເຈດຈຳນົງຈະປະກອບສ່ວນຊ່ວຍເຫຼືອລາວເຊັ່ນກັນ.

ໂດຍ ທ່ານ ໂຍຮານເນັສ ອາບຣາຮໍາ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈໍາ ອາຊີຕາເວັນອອກສຽງໃຕ້ ທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງວັນທີ 18-20 ພຶດສະພາ 2023, ທ່ານໄດ້ກ່າວວ່າ: ສະຫະລັດອາເມລິກາ ມີຄວາມຕັ້ງໃຈ ແລະ ພ້ອມຈະໃຫ້ການຊ່ວຍເຫຼືອ ສປປ ລາວ ຢ່າງເຕັມທີ່ ເພື່ອກະກຽມໃສ່ ການຈັດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ່ 43 ທີ່ ສປປ ລາວ ຈະໄດ້ຮັບກຽດ ເປັນເຈົ້າພາບ ໃນປີ 2024 ໃຫ້ໄດ້ຮັບຜົນສໍາເລັດ ແລະ ສະຫະລັດອາເມລິກາ ພ້ອມແລ້ວ ທີ່ຈະເຮັດວຽກຢ່າງໃກ້ຊິດ ກັບຝ່າຍລາວ ແລະ ອາຊຽນ ເພື່ອກະກຽມໃສ່ກອງປະຊຸມດັ່ງກ່າວ ໂດຍໃນໄລຍະຢ້ຽມຢາມລາວ ທ່ານຍັງໄດ້ເຂົ້າພົບປະສົນທະນາກັບ ກະຊວງການຕ່າງປະເທດ, ກະຊວງອຸດຫາຫະກໍາ ແລະ ການຄ້າ ແລະ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຕື່ມອີກ.

ນອກນັ້ນ ກໍສືບຕໍ່ພັດທະນາການສຶກສາ, ສາທາລະນະສຸກ, ເກັບກູ້ລະເບີດບໍ່ທັນແຕກ, ຍົກລະດັບຄວາມຮູ້ ຄວາມສາມາດ ໃຫ້ພະນັກງານ ແລະ ຜູ້ປະກອບການໃນລາວ ແລະ ອື່ນໆ.

ແຫຼ່ງຂ່າວ ຂປລ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...