spot_img
Homeຂ່າວຕ່າງປະເທດອາເມລິກາຄວໍ້າບາດອິຫຼ່ານຮອບໃໝ່ເມີນສຽງຄັດຄ້ານຈາກປະຊາຄົມໂລກ

ອາເມລິກາຄວໍ້າບາດອິຫຼ່ານຮອບໃໝ່ເມີນສຽງຄັດຄ້ານຈາກປະຊາຄົມໂລກ

Published on

ເວັບໄຊຂ່າວ bangkokbiznews ລາຍງານວ່າລັດຖະບານ ສ.ອາເມລິິກາ ໄດ້ປະກາດຄວໍ້າບາດອິຫຼ່ານອີກຄັ້ງເມື່ອວັນທີ 20 ກັນຍາ 2020 ເຖິງຈະບໍ່ໄດ້ຮັບການສະໜັບສະໜຸນຈາກປະຊາຄົມໂລກ ເນື່ອງຈາກອິຫຼ່ານບໍ່ສາມາດຮັກສາຄຳໝັ້ນສັນຍາຕາມຂໍ້ຕົກລົງນິວເຄຣຍ.

ຄວາມເຄື່ອນໄຫວດັ່ງກ່າວຖືເປັນການກົດດັນຂັ້ນສູງສຸດ ຕໍ່ອິຫຼ່ານ ໂດນທ່ານ ໄມ ປອມເປໂອ ລັດຖະມົນຕີກະຊວງການຕ່າງປະເທດໄດ້ລະບຸວ່າ ສ.ອາເມລິກາຕັດສິນໃຈເຮັດແບບນີ້ ເນື່ອງຈາກອິຫຼ່ານບໍ່ຮັກສາສັນຍາຕາມຂໍ້ຕົກລົງນິວເຄຣຍ ຂະນະທີ່ຄະນະລັດຖະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດກໍ່ບໍ່ສາມາດຕໍ່ອາຍຸການຫ້າມຊື້-ຂາຍອາວຸດຕໍ່ອິຫຼ່ານໄດ້ຄືກັນ.

ຖະແຫຼງການຂອງອາເມລິກາຍັງລະບຸອີກວ່າ ຫາກປະເທດສະມາຊິກ UN ຝ່າຝືນ ຫຼື ບໍ່ສາມາດປະຕິບັດຕາມກຳນົດດັ່ງກ່າວໄດ້ ອາເມລິກາກໍ່ພ້ອມທີ່ຈະໃຫ້ໜ່ວຍງານພາຍໃນປະເທດດຳເນີນມາດຕະການບາງຢ່າງ ເພື່ອໃຫ້ແນ່ໃຈວ່າອິຫຼ່ານຈະບໍ່ສາມາດຫາປະໂຫຍດຈາກກິດຈະກຳຕ້ອງເຫຼົ່ານີ້.

ກ່ອນໜ້ານີ້, ສ.ອາເມລິກາໄດ້ກົດດັນໃຫ້ອິຫຼ່ານເປີດການເຈລະຈາເພື່ອແກ້ໄຂບັນຫາດ້ານນິວເຄຣຍ ຂີປະນາວຸດ ແລະ ປະເດັນທີ່ໜ້າກັງວົນອື່ນໆ ໃນຂະນະທີ່ຄວາມສຳພັນລະຫວ່າງ ສ.ອາເມລິກາ ແລະ ອິຫຼ່ານ ມີຄວາມເຄັ່ງຮ້ອນໜັກຂຶ້ນ ຫຼັງຈາກທີ່ກອງທັບອາເມລິກາໄດ້ສັງຫານນາຍພົນກັສຊິມ ໂຊເລມານີ ຜູ້ບັນຊາການທະຫານຄົນສຳຄັນຂອງອິຫຼ່ານເມື່ອໄລຍະຕົ້ນປີ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...