spot_img
Homeຂ່າວທ້ອງຖິ່ນອາເມຣິກາ​ ສະໜັບສະໜູນໂຄງການອາຫານທ່ຽງໃນລາວ 925 ໂຮງຮຽນ

ອາເມຣິກາ​ ສະໜັບສະໜູນໂຄງການອາຫານທ່ຽງໃນລາວ 925 ໂຮງຮຽນ

Published on

ໜັງສືພິມວຽງຈັນທາມ ລາຍງານໃຫ້ຮູ້ວ່າ ສະຫະລັດອາເມລິກາ ໃຫ້ການຊ່ວຍເຫຼືອໂຄງການອາຫານທ່ຽງສໍາລັບນັກຮຽນໃນໂຮງຮຽນປະຖົມ 925 ແຫ່ງໃນທົ່ວປະເທດ ທີ່ອົງການອາຫານໂລກ ໄດ້ສະໜັບສະໜູນ ແລະ ຈັດຕັ້ງປະຕິບັດກິດຈະກຳດັ່ງກ່າວ.

ພິທີມອບ-ຮັບການຊ່ວຍເຫຼືອ ຈັດຂື້ນໃນມື້ເຊົ້ານີ້ ລວມມີ ເຂົ້າສານຈຳນວນ 68 ຕູ້ຄອນເທນເນີ້ ແລະ ໝາກຖົ່ວ 4 ຕູ້ຄອນເທນເນີ້ (ລວມທັງໝົດ 1,290 ໂຕນ) ເຊີ່ງຈະຖືກນຳໃຊ້ເຂົ້າໃນການປຸງແຕ່ງອາຫານທ່ຽງໃນໂຮງຮຽນສຳລັບເດັກນ້ອຍນັກຮຽນຊັ້ນປະຖົມຈຳນວນ 90.000 ຄົນ ໃນເຂດຊົນນະບົດຂອງ ສປປ ລາວ ໂດຍຈະເລີ່ມຈັດຕັ້ງປະຕິບັດ ໃນເດືອນ ກັນຍາ ທີ່ຈະມາເຖິງນີ້.

ເຄື່ອງຊ່ວຍເຫຼືອຈາກສະຫະລັດອາເມລິກາ ຈະໄດ້ຮັບເພີ່ມອີກ 34 ຕູ້ຄອນເທນເນີ້ ເຊິ່ງບັນຈຸນໍ້າມັນພືດ ແລະ ຖົ່ວ, ເຊິ່ງຈະລຳລຽງມາຮອດ ສປປ ລາວ ໃນເດືອນມິຖຸນາ. ເຄື່ອງສະໜັບສະໜູນເຫຼົ່ານີ້ແມ່ນວັດຖຸດິບຫຼັກ ສຳລັບການປະຕິບັດວຽກງານອາຫານທ່ຽງຂອງໂຮງຮຽນໃນລະຫວ່າງເດືອນກັນຍາ ປີ 2020 ຈົນຮອດ ເດືອນພຶດສະພາ 2021.

ນັບແຕ່ປີ 2008 ເປັນຕົ້ນມາ, ໂຄງການອາຫານເພື່ອການສຶກສາ ແລະ ໂພຊະນາການສຳລັບເດັກນ້ອຍຂອງລັດຖະບານສະຫະລັດອາເມລິກາ, ເຊິ່ງບໍລິຫານໂດຍພະແນກກະສິກຳສະຫະລັດອາເມລິກາ (USDA), ໄດ້ສະໜັບສະໜູນໂຄງການອາຫານທ່ຽງໃນໂຮງຮຽນຂອງອົງການອາຫານໂລກຢູ່ໃນລາວ ດ້ວຍການປະກອບສ່ວນທັງໝົດຫຼາຍກ່ວາ 60 ລ້ານໂດລາສະຫະລັດ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...