spot_img
Homeຂ່າວຕ່າງປະເທດອາເມຣິກາຮຽກຮ້ອງໃຫ້ຢຸດໃຊ້ຄວາມຮຸນແຮງຕໍ່ກຸ່ມຜູ້ປະທ້ວງໃນມຽນມາ

ອາເມຣິກາຮຽກຮ້ອງໃຫ້ຢຸດໃຊ້ຄວາມຮຸນແຮງຕໍ່ກຸ່ມຜູ້ປະທ້ວງໃນມຽນມາ

Published on

ໃນວັນທີ 26 ກໍລະກົດ 2022 ສະຫະລັດອາເມຣິກາ ຮຽກຮ້ອງໃຫ້ຈີນ ແລະ ປະເທດອື່ນໆ ໃຫ້ໃຊ້ອິດທິພົນຕໍ່ມຽນມາ ໃຫ້ຜ່ອນຜັນນະໂຍບາຍທີ່ຮຸນແຮງ ແລະ ຢຸດການປາບປາມກຸ່ມຜູ້ປະທ້ວງ.

ຈາກກໍລະນີລັດຖະບານມຽນມາດຳເນີນການປະຫານຊີວິດ ນັກເຄື່ອນໄຫວຕໍ່ຕ້ານລັດຖະປະຫານ 4 ຄົນ ດ້ວຍການແຂວນຄໍໃນເຮືອນຈຳອິນເສັ່ງ ນະຄອນຢາງກຸ້ງ ເຊິ່ງເປັນການບັງຄັບໃຊ້ໂທດປະຫານຄັ້ງທຳອິດ ໃນຮອບ 46 ປີ ຂອງມຽນມາ,ທ່ານ ເນັດ ໄພສ ກະຊວງການຕ່າງປະເທດຂອງສະຫະລັດອາເມຣິກາ ໄດ້ອອກຖະແຫຼງການ ຮຽກຮ້ອງໃຫ້ລັດຖະບານຈີນເພີ່ມແຮງກົດດັນຕໍ່ລັດຖະບານມຽນມາ ເພາະສະຖານະການຕອນນີ້ ບໍ່ສາມາດເຮັດຄືບໍ່ມີຫຍັງເກີດຂຶ້ນບໍ່ໄດ້.

ທັ້ງນີ້ ທ່ານ ໄພສ ເບິ່ງວ່າ ຈີນມີອິດທິພົນຕໍ່ມຽນມາຫຼາຍ ລັດຖະບານອາເມຣິກາຈຶ່ງຮຽກຮ້ອງໃຫ້ປະເທດຕ່າງໆ ຢຸດການຂາຍອາວຸດໃຫ້ແກ່ກອງທັບມຽນມາ ແລະ ບໍ່ໃຫ້ມຽນມາມີບົດບາດໃນເວທີໂລກ, ສ່ວນກະຊວງການຕ່າງປະເທດຂອງຈີນລະບຸວ່າ ຈີນຈະບໍ່ແຊກແຊງປະເທດໃດ.

ແຫຼ່ງຂ່າວຈາກ ຣອຍເຕີ

 

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...