spot_img
Homeຂ່າວຕ່າງປະເທດອາເມຣິກາສົ່ງເຮືອຮົບ 4 ລຳເຂົ້າໃນທະເລໄຕ້ຫວັນ

ອາເມຣິກາສົ່ງເຮືອຮົບ 4 ລຳເຂົ້າໃນທະເລໄຕ້ຫວັນ

Published on

ກອງທັບເຮືອສະຫະລັດອາເມຣິກາ ສົ່ງເຮືອຮົບ 4 ລຳ ເຂົ້າປະຈຳການໃນນ່ານນ້ຳຝັ່ງທະເລຕາເວັນອອກຂອງໄຕ້ຫວັນ.

ວັນທີ 2 ສິງຫາ 2022 ສຳນັກງານ ຣອຍເຕີ ລາຍງານວ່າ ແນນຊີ ເພໂລຊີ ປະທານສະພາສະຫະລັດອາເມຣິກາ ໄດ້ເດີນທາງໄປໄຕ້ຫວັນ ໃນຂະນະທີ່ຈີນເຕືອນຫ້າມ, ມີເຮືອຮົບ 4 ລຳ ລວມເຖິງເຮືອບັນທຸກເຮືອບິນໄດ້ເຂົ້າປະຈຳການໃນທະເລຝັ່ງຕາເວັນອອກຂອງໄຕ້ຫວັນ ເຊິ່ງເປັນກຳລັງພົນຕາມປົກກະຕິ.

ເຈົ້າໜ້າທີ່ກອງທັບເຮືອອາເມຣິກາ ຢືນຢັນໃນວັນອັງຄານທີ່ຜ່ານມານີ້ວ່າ ເຮືອບັນທຸກເຮືອບິນຢູເອສເອສ ໂຣນັລ ແຣແກນ ໄດ້ຂັບຜ່ານທະເລຈີນໃຕ້ ແລະ ຂະນະນີ້ຢູ່ໃນທະເລຟີລິບປິນ ທາງຕາເວັນອອກຂອງໄຕ້ຫວັນ ແລະ ຟິລິປິນ ແລະ ທາງໃຕ້ຂອງຍີ່ປຸ່ນ.

ນອກນັ້ນທາງອາເມຣິກາ ຍັງໄດ້ຢືນຢັນເຖິງການສົ່ງເຮືອຮົບໃນຄັ້ງນີ້ວ່າເປັນການສົ່ງກຳລັງພົນຕາມປົກກະຕິ ແລະ ບໍ່ແມ່ນການຍົ່ວຍຸແຕ່ຢ່າງໃດ.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...